Ad

Ad

10 April 2015

ກະຊວງສາທາມອບອຸປະກອນກວດທາດເຫຼົ້າໃຫ້ເຈົ້າໜ້າທີ່ຈະລາຈອນ ສະກັດກັ້ນອຸປະຕິເຫດໄລຍະບຸນປີໃໝ່ລາວ



ພິທີມອບ-ຮັບ ແລະ ຝຶກອົບຮົມການນຳໃຊ້ເຄື່ອງວັດແທກລະດັບທາດເຫຼົ້າ ໃຫ້ເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ, ໄດ້ມີຂຶ້ນໃນວັນທີ 8 ເມສານີ້ ຢູ່ນະຄອນຫລວງ​ວຽງ​ຈັນລະຫວ່າງ ທ່ານ ສຈ ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະ ຊວງສາທາລະນະສຸກ ແລະ ທ່ານ ພັນໂທ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳ ຫຼວດຈະລາຈອນ, ເພື່ອນໃຊ້ເຂົ້າໃນວຽກງານສະກັດ​ກັ້ນ​ຜູ້​ຂັບ​ຂີ່​ດຶ່ມສິ່ງ​ມນ​ເມົາ ​ແນ​ໃສ່ຫຼຸດຜ່ອນອຸປະຕິເຫດ ໂດຍສະເພາະໃນໄລຍະບຸນປີໃໝ່ລາວ ພສ 2558ນີ້.
          ກະຊວງສາທາລະນະສຸກເປີດເຜີຍວ່າ: ເນື່ອງຈາກສະພາບການນຳໃຊ້ເຄື່ອງ ດື່ມທີ່ມີທາດເຫຼົ້າໃນສັງຄົມລາວ ຍັງສືບຕໍ່ເພີ່ມຂຶນຢ່າງບໍ່ຢຸດຢັ້ງ, ໄດ້ສົງ່ຜົນກະ ທົບຕໍ່ສຸຂະພາບຂອງປະຊາຊົນ, ໂດຍສະເພາະແມ່ນການເກີດອຸປະຕິເຫດບົນທ້ອງຖະໜົນທີ່ມີສາເຫດມາຈາກການດື່ມ ສິ່ງມນເມົາແລ້ວຂັບຂີ່, ໂດຍສະເພາະໃນບຸນວັນງານຕ່າງໆເຊັ່ນ: ບຸນປີໃໝ່ລາວ, ບຸນຊ່ວງເຮືອ, ວັນພັກລັດຖະການ, ບວກໃສ່ສະຕິເຄົາລົບກົດໝາຍ ແລະ ລະບຽບຈະລາຈອນຂອງຜູ້ໃຊ້ລົດໃຊ້ຖະໜົນຍັງບໍ່ທັນສູງ, ຊຶ່ງເປັນສາເຫດພາໃຫ້ເກີດ ອຸປະຕິເຫດ ແລະ ເສຍຊີວິດ. ປັດຈຸບັນ ໂດຍສະເພາະແລ້ວ ຄົນລາວມີອາຍຸ 15 ປີຂຶ້ນໄປ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າປະມານ 15 ລິດ/ຕໍ່ຄົນ/ປີ ແລະ ມີອັດຕາເພີ່ມຂຶ້ນ, ຊຶ່ງເປັນອັດຕາທີ່ສູງກວ່າໝູ່ໃນບັນດາປະເທດສະມາຊິກອາຊຽນ ແລະ ໃນແຕ່ລະປີ
ສະເລ່ຍ ມີ 60% ຂອງການເກີດອຸປະຕິເຫດແມ່ນມາຈາກການດື່ມສິ່ງມນເມົາ, ສະນັ້ນ ການມອບເຄື່ອງອຸປະກອນດັ່ງກ່າວ ແມ່ນຈະນຳໃຊ້ເຂົ້າໃນການປະຕິບັດໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນທີ່ຮ່ວມມືກັນລະຫວ່າງ ກະຊວງ ສາທາລະນະສຸກ ແລະ ກະຊວງປ້ອງກັນຄວາມສະຫງົບ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນໄລຍະບຸນປິໃໝ່ລາວນີ້ ເປັນຕົ້ນໄປ, ໂດຍເລີ່ມ ຢູ່ນະຄອນຫຼວງວຽງຈັນ ແລະ ຈະຂະຫຍາຍໄປບັນດາແຂວງໃນທົ່ວປະເທດ.
ທ່ານ ພັນໂທ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ກ່າວໃນພິທີມອບ-ຮັບ ເຄື່ອງກວດທາດເຫຼົ້າໃນຄັ້ງນີ້ວ່າ: ຂໍສະແດງຄວາມຂອບໃຈມາຍັງກະຊວງສາທາລະນະສຸກ ທີ່ເຫັນຄວາມສຳຄັນ ແລະ ມີສ່ວນຮ່ວມ ຕໍ່ວຽກງານປ້ອງກັນ, ສະກັດກັ້ນການເກີດອຸປະຕິເຫດຕາມທ້ອງຖະໜົນຈາກການດື່ມສິ່ງມືນເມົາແລ້ວຂັບລົດ, ໃນປີ 2014 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 5 ພັນກວ່າກໍລະນີ, ມີຜູ້ເສຍຊີວິດ 1 ພັນກວ່າຄົນ, ສະເພາະຊ່ວງ​ໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2557 ຜ່ານມາ, ມີອຸປະຕິເຫດເກີດຂຶ້ນ 188 ກໍລະນີ, ມີຜູ້ເສຍຊີວິດ 22 ຄົນ.

No comments:

Post a Comment