Ad

Ad

21 April 2015

ນ້ຳປະປາ ນະຄອນຫລວງວຽງຈັນ ຍອມຮັບການສະໜອງນ້ຳໃຫ້ສັງຄົມຍັງບໍ່ພຽງພໍ



     ທ່ານ ຄຳເຜີຍ ວົງສາຄຳຜຸຍ ອໍານວຍການລັດວິສາຫະກິດນ້ຳປະ ປານະ ຄອນຫລວງວຽງຈັນ, ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ເມື່ອບໍ່ດົນນີ້ໂດຍ ຍອມຮັບວ່າ: ປັດຈຸບັນຄວາມອາດສາມາດໃນການຜະລິດນ້ຳປະປາສະໜອງ ໃຫ້ແກ່ສັງຄົມ ຍັງບໍ່ພຽງພໍທົ່ວເຖິງ, ຊຶ່ງສາເຫດຕົ້ນຕໍມາຈາກສະພາບການຂະຫຍາຍ ຕົວຂອງພົນລະເມືອງ, ທີ່ຢູ່ອາໄສ, ບັນດາເຂດເສດຖະກິດຕ່າງໆໃນນະ ຄອນຫລວງ ໄດ້ເພີ່ມຂຶ້ນຢ່າງໄວວາ, ຕາມການຄິດໄລ່ຄວາມຕ້ອງການໃຊ້ນ້ຳປະປາຢູ່ນະຄອນ ຫລວງໃນປັດຈຸບັນມີປະມານ 340 ພັນແມັດກ້ອນ ຕໍ່ມື້ຈຶ່ງພຽງພໍ, ແຕ່ການຜະລິດຕົວຈິງໄດ້ພຽງ 180 ພັນແມັດກ້ອນຕໍ່ມື້, ຊຶ່ງຍັງອີກປະມານ 160 ພັນແມັດກ້ອນຕໍ່ມື້, ຈຶ່ງຈະພຽງ ພໍກັບຄວາມຕ້ອງການ, ດັ່ງນັ້ນ ຈຶ່ງເຮັດໃຫ້ຫລາຍເຂດບໍ່ມີນ້ຳໃຊ້, ໂດຍສະເພາະເຂດພື້ນທີ່ສູງແມ່ນພົບບັນຫາຫຍຸ້ງຍາກທີ່ສຸດ ຊຶ່ງນ້ຳ ບໍ່ສາມາດໄຫລໄປຮອດໄປເຖິງ ແລະ ໃນຊ່ວງໄລຍະອາ ກາດຮ້ອນອົບເອົ້ານີ້, ຍິ່ງເຮັດໃຫ້ສັງຄົມມີຄວາມຕ້ອງການໃຊ້ນ້ຳເພີ່ມຂຶ້ນ, ຕໍ່ບັນຫາດັ່ງກ່າວຈຶ່ງຮຽກຮ້ອງທົ່ວສັງຄົມໃຊ້ນ້ຳ ຢ່າງປະຢັດ ແລະ ໃຫ້ເກີດປະໂຫຍດສູງສຸດ,ຖ້າພົບເຫັນກໍລະນີທໍ່ນ້ຳປະປາຮົ່ວ ຫລື ແຕກ, ມີການລັກໃຊ້ນ້ຳ ຫລື ທຳລາຍກົງເຕີນ້ຳຕ່າງໆກະລຸນາແຈ້ງສາຍດ່ວນ 1169 ຕະຫລອດ 24 ຊົ່ວໂມງ.

 ສຳລັບແຜນພັດທະນາເພີ່ມກຳລັງການຜະລິດນ້ຳປະປາໃນຕໍ່ໜ້ານີ້ມີຄື: ຈະຂະຫຍາຍໂຮງງານຜະລິດນ້ຳປະປາດົງ ໝາກ ຄາຍເມືອງໄຊທານີໄລຍະ II ໃຫ້ມີກຳລັງການຜະລິດ 1 ແສນແມັດກ້ອນຕໍ່ມື້, ໂດຍຈະລົງທຶນປະມານ 88 ລ້ານໂດລາ ສະຫະລັດ ຫລື ປະມານ 700 ກວ່າຕື້ກີບ, ເຊິ່ງແມ່ນເງິນກູ້ຈາກທະນາຄານຂາເຂົ້າ-ຂາອອກ ສປ ຈີນ, ຄາດວ່າຈະໃຫ້ສຳເລັດ ໃນທ້າຍປີ 2015, ໂຄງການຂະຫຍາຍໂຮງງານຜະລິດນ້ຳປະປາທ່າເດື່ອ ເມືອງຫາດຊາຍຟອງ ມີກຳລັງການຜະລິດ 20 ພັນແມັດກ້ອນຕໍ່ມື້, ໂດຍແມ່ນບໍລິສັດເອກະຊົນຕ່າງປະເທດເປັນຜູ້ລົງທຶນປະມານ 20 ລ້ານໂດລາສະຫະລັດ ຫລື ປະມານ 160 ຕື້ກວ່າກີບ, ຄາດວ່າຈະໃຫ້ສຳ ເລັດໃນທ້າຍປີ 2016, ໂຄງການກໍ່ສ້າງໂຮງງານຜະລິດນ້ຳປະປາຢູ່ບ້ານແສນດິນ ທີ່ມີກຳລັງການຜະລິດ 20 ພັນແມັດກ້ອນຕໍ່ມື້, ໂດຍ ແມ່ນບໍລິສັດເອກະຊົນລາວຮ່ວມມືກັບຕ່າງປະເທດລົງທຶນໃນມູນຄ່າ 12 ລ້ານໂດລາສະຫະລັດ ຫລື ປະມານ 96 ຕື້ກວ່າກີບ, ຊຶ່ງ ຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2017, ໂຄງການຂະຫຍາຍໂຮງງານຜະລິດນ້ຳປະປາດົງບັງ,ເມືອງໄຊທານີມີກຳລັງການຜະລິດ ຈາກ 20 ພັນແມັດກ້ອນຂຶ້ນເປັນ 40 ພັນແມັດກ້ອນຕໍ່ມື້, ໂດຍແມ່ນບໍລິສັດ CAMCE ຈາກ ສປ ຈີນ ເປັນຜູ້ລົງທຶນປັດຈຸບັນ ພວມຢູ່ໃນຂັ້ນຕອນການສຳຫລວດ ແລະ ເກັບກຳຂໍ້ມູນ, ຊຶ່ງຄາດວ່າຈະສຳເລັດໃນຕົ້ນປີ 2017 ແລະໂຄງການຂະຫຍາຍໂຮງງານ ຜະລິດນ້ຳປະປາຈີ່ນາຍໂມ້ທີ່ມີກຳລັງການຜະລິດ 80 ພັນແມັດກ້ອນຂຶ້ນເປັນ 120 ພັນແມັດກ້ອນຕໍ່ມື້, ເຊິ່ງເປັນເງິນກູ້ຈາກລັດຖະ ບານຍີ່ປຸ່ນ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2020.
ນອກຈາກນີ້, ຍັງມີໂຄງການຂະຫຍາຍລະບົບທໍ່ສົ່ງຍາວກວ່າ 187 ກິໂລແມັດ, ມູນຄ່າ 35 ລ້ານກວ່າໂດລາສະຫະລັດ ຫລື ປະມານ 280 ຕື້ກີບ, ປ່ຽນຖ່າຍລະບົບທໍ່ສົ່ງທີ່ເກົ່າແກ່ຊຸດໂຊມ ແລະ ສູບນ້ຳເກົ່າມູນຄ່າຫລາຍກວ່າ 16 ລ້ານໂດລາສະຫະລັດ ຫລື ປະມານ 128 ຕື້ກີບ, ປັບປຸງລະບົບຄຸ້ມຄອງດ້ວຍເຕັກໂນໂລຊີທັນສະໄໝມູນຄ່າ 1,5 ລ້ານໂດລາສະຫະລັດ ຫລື ປະມານ 12 ຕື້ກີບໃຫ້ບັນລຸຜົນສຳເລັດ.

No comments:

Post a Comment