Ad

Ad

9 April 2015

ໂຄງການກໍ່ສ້າງ​​ຕົວ​ເມືອງ​ນ້ອຍໜອງທາຈະໄດ້ຮັບການພັດທະນາຄືນໃໝ່



ໜອງທາ​ເປັນໜອງ​ເກົ່າ​ແກ່​ຖືກ​ປະລະ​ໃຫ້​ເປັນໜອງທຳ​ມະ​ຊາດ​ມາຫຼາຍ​ເຊັ່ນ​ຄົນ​ພໍ​ມາ​ເຖິງ​ໄລຍະ 3-4 ປີ​ກ່ອນ​ໄດ້​ມີ​ບໍລິສັດ​ຕ່າງປະ​ເທດສະ​ເໜີຂໍ​ຮັບ​ສຳ​ປະທານ​ໄລຍະ​ຍາວ​ໂດຍ​ການ​ພັດທະນາ​ຈັດ​ສັນ​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ສີຂຽວ, ຈັດ​ໃຫ້​ເປັນ​ຕົວ​ແບບທີ່​ຈະມີ​ການ​ພັດທະນາ​ຄົບ​ວົງ​ຈອນ​ທີ່​ປະ​ກອບ​ດ້ວຍ​ຮ້ານ​ຊັບ​ພະ​ສິນຄ້າ, ອາຄານ​ໃຫ້​ເຊົ່ານັບເປັນຫຼາຍຊັ້ນ, ສະລອຍນ້ຳ ແລະ ສະຖານທີ່ຕ່າງໆເພື່ອ ສ້າງ​ເປັນຕົວເມືອງນ້ອຍ ຕົວແບບໃນນະຄອນ ຫຼວງວຽງຈັນ. ເຊິ່ງໂຄງການພັດທະນາດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດຄືນໃໝ່ໃນກາງເດືອນ ເມສານີ້ຫຼັງບໍລິສັດຜູ້ຮັບ ເໝົາເກົ່າໄດ້ສະ ຫຼະສິດມອບໃຫ້ບໍລິສັດໃໝ່ເຂົ້າມາດຳເນີນການກໍ່ສ້າງແທນ.
ໂຄງການພັດທະນາຕົວເມືອງນ້ອຍແຫ່ງນີ້ ຈະສຶບຕໍ່ການກໍ່ສ້າງໃຫ້ໄປຕໍ່ຕາມແຜນການເກົ່າທີ່ໄດ້ປະຕິບັດ ມາແລ້ວ ໂດຍທະນາຄານຂອງ ສສ ຫວຽດນາມ ເປັນຜູ້ຮັບຊຳລະ, ຖ້າຫາກໂຄງການ ນີ້ດຳເນີນໄປສຳເລັດຕາມແຜນ ຈະສ້າງຄວາມ
ພາກພູມໃຈໃຫ້ແກ່ຊາວນະຄອນຫຼວງວຽງຈັນທີ່ແຕ່ເຖິງຢ່າງໃດກໍຕາມມາຮອດປັດຈຸບັນ ນັບວ່າຍັງມີ ຫຼາຍໂຄງການທີ່ບໍ່ໄປ ບໍ່ມາຢຸດຈຶ້ງຢູ່ບ່ອນເກົ່າອັນ ໄດ້ສ້າງຄວາມສົນໃຈບໍ່ໜ້ອຍໃຫ້ສັງຄົມເປັນຕົ້ນວ່າ:​ ໂຄງການກໍ່ສ້າງ ຕະຫຼາດຕໍ່ໜ້າຕະຫຼາດຂົວດິນ, ໂຄງການກໍ່ສ້າງເຂດ ຈຸດ 4 ແຍກໄຟແດງສຳນັກງານກຳມະບານເກົ່າ, ໂຄງການກໍ່ສ້າງ ຢູ່ບໍລິເວນໄຟແດງ ຕະຫຼາດທົ່ງຂັນຄຳ ແລະ ບ່ອນອື່ນໆເຊິ່ງທັງໝົດນີ້​ແມ່ນບັນດາບໍລິສັດລົງນາມໃນເອກະສານ ເປັນ ທີ່ຮຽບຮ້ອຍແຕ່ມາເບິ່ງການປະ ຕິບັດວຽກງານຕົວຈິງເຫັນວ່າຍັງມີຄວາມຊັກຊ້າກ່ອນ​ກຳນົດ.

No comments:

Post a Comment