Ad

Ad

29 April 2015

ມີຫລາຍປັດ​ໄຈພາໃຫ້ການແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງພົບຄວາມຫຍຸ້ງຍາກ



    ນະຄອນຫລວງວຽງຈັນ, ເປັນສູນກາງທາງດ້ານການເມືອງ ແລະ ເສດຖະ ກິດສຳຄັນຂອງປະເທດ, ເຊິ່ງໃນໄລຍະຫລາຍປີມານີ້, ນະຄອນຫລວງວຽງຈັນ ມີຈັງຫວະການຂະຫຍາຍຕົວທາງດ້ານເສດ ຖະກິດສູງຂຶ້ນເປັນລຳດັບ, ພື້ນຖານໂຄງ ລາງໄດ້ຮັບການພັດທະ ນາປັບປຸງດີຂຶ້ນ, ເຮັດໃຫ້ປະຊາຊົນມີລາຍຮັບຫລາຍຂຶ້ນ ແລະ ຄຽງຄູ່ກັບການຂະຫຍາຍຕົວຄືດັ່ງກ່າວຈຶ່ງກໍໃຫ້ເກີດບັນ ຫາສັບສົນຫລາຍ ຢ່າງຂອງ ຜູ້ດຳລົງຊີວິດຢູ່ໃນສັງຄົມຕ້ອງຜະເຊີນ ແລະ ໜຶ່ງໃນນັ້ນກໍແມ່ນ ສະພາບການສັນຈອນຕິດຂັດແອອັດທີ່ຮ້າຍແຮງຂຶ້ນນັບມື້.
     ນັກຂ່າວພວກເຮົາໄດ້ສຳພາດທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ ວຽງຈັນໃນວັນທີ 28 ເມສານີ້, ກ່ຽວກັບການແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໂດຍທ່ານໃຫ້ທັດສະນະວ່າ: ປັດຈຸບັນ, ຢູ່ນະຄອນຫລວງວຽງຈັນມີພາຫະນະທີ່ຂຶ້ນທະບຽນແລ້ວປະມານ 650 ພັນກວ່າຄັນ, ໃນນັ້ນລົດໃຫຍ່ປະມານ 2 ແສນກວ່າຄັນ ແລະ ສະພາບການສັນຈອນເຫັນວ່າລົດຈະໄຫລ່ຈາກຊານເມືອງເຂົ້າມາຫາຕົວເມືອງເປັນສ່ວນຫລາຍ, ເນື່ອງ ຈາກວ່າບັນດາສຳນັກ ງານ, ອົງການ, ໂຮງຈັກໂຮງງານ, ຫົວໜ່ວຍທຸລະກິດ, ສະຖາບັນການສຶກສາ, ທະນາຄານ ແລະ
ສູນການຄ້າຕ່າງໆລ້ວນແຕ່ຕັ້ງຢູ່ໃນໃຈກາງຕົວເມືອງ, ຈຶ່ງເຮັດໃຫ້ສະພາບການສັນຈອນມີຄວາມແອອັດສັບສົນຫລາຍຄືດັ່ງ ພວກເຮົາພວມປະເຊີນຢູ່ໃນປັດຈຸບັນ, ໂດຍສະເພາະໃນຊ່ວງໄລຍະຊົ່ວໂມງເລັ່ງດ່ວນເຂົ້າວຽກ-ເລິກວຽກ ແລະ ປັດໄຈສຳຄັນທີ່ພາໃຫ້ເກີດສະພາບດັ່ງກ່າວມີຄື: ອັນທີ 1 ແມ່ນການຈອດລົດຊະຊາຍຕາມແຄມທາງ, 2 ນັກຂັບຂີ່ຈໍານວນ ໜຶ່ງຂາດມາລະຍາດໃນການຂັບຂີ່, 3 ຄວາມບໍ່ເປັນລະບຽບດ້ານສະຖານ ທີ່ຈອດລົດຕາມຈຸດຕ່າງໆເຊັ່ນ: ຫ້ອງການ, ບໍລິສັດຫ້າງຮ້ານ, ຕະຫລາດ, ໂຮງຮຽນ ແລະ 4 ແມ່ນລະບົບໄຟອຳນາດ-ປ້າຍສັນຈອນບໍ່ທັນຕອບສະໜອງຕໍ່ ການລະບາຍລົດທີ່ເພີ່ມຂຶ້ນ, ເຊິ່ງໄລຍະຜ່ານມາຂະແໜງການພວກເຮົາ ແລະ ພາກສ່ວນກ່ຽວຂ້ອງອື່ນໆກໍໄດ້ເ ອົາໃຈໃສ່ການແກ້ໄຂດ້ວຍຫລາຍຮູບການເຊັ່ນ: ຈັດສັນສະຖານທີ່ໃຫ້ບໍລິການຈອດລົດໃນຈຸດຕ່າງໆ ທີ່ເຫັນວ່າມີຄວາມເໝາະສົມ, ປະສານສົມທົບກັບເຈົ້າໜ້າທີ່ຈະລາຈອນລົງປະຕິບັດໜ້າທີ່ຊ່ວຍລະບາຍການ ສັນຈອນໃນເສັ້ນທາງຈຸດທີ່ມີຄວາມແອອັດເຊັ່ນ: ຕະຫລາດຂົວດິນ, ໄຟແດງທາດຫລວງ, ເສັ້ນທາງໂພນພະເນົາ, ໂພນທັນ, ໜອງດ້ວງ, ທົ່ງຂັນຄຳ, ສີບຸນເຮືອງ, ຄູວຽງ ແລະ ອື່ນໆ,
ພ້ອມທັງສຶກສາອົບຮົມຕັກເຕືອນ, ປັບໃໝຜູ້ຂັບຂີ່ທີ່ລະເມີດລະບຽບຕາມລຳດັບ, ແຕ່ກໍຍັງເຫັນວ່າສະພາບດັ່ງກ່າວນັ້ນບໍ່ມີທ່ຽງອ່ຽງຫລຸດຫລົງ, ເນື່ອງຈາກຫລາຍປັດໄຈທີ່ພາໃຫ້ພົບຄວາມຫຍຸ້ງຍາກເຊັ່ນ: ບັນຫາການເພີ່ມຂຶ້ນຂອງຈຳນວນພາຫະນະສະເລ່ຍປະ ມານ 15% ຕໍ່ປີ, ສະຖານທີ່ໃຫ້ບໍລິການຈອດລົດບໍ່ພຽງພໍຈຶ່ງພາໃຫ້ມີການຈອດລົດຊະຊາຍຕາມແຄມທາງຕາມໜ້າສຳນັກງານຕ່າງໆ ແລະ ການບໍ່ສາມາດປະຕິບັດລະບຽບຕໍ່ຜູ້ລະເມີດໄດ້ເດັດຂາດເທົ່າທີ່ຄວນ.
    ທ່ານຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ບັນຫາການສັນຈອນແອອັດຢູ່ປະເທດເຮົາ, ນັບວ່າຍັງບໍ່ຮ້າຍແຮງປານໃດເມື່ອທຽບກັບບັນດາປະເທດໃກ້ຄຽງເຊັ່ນ: ປະເທດໄທ ແລະ ຫວຽດນາມ ທີ່ມີຄ່າສະເລ່ຍການເຄື່ອນຍ້າຍຂອງພາຫະນະໃນເວລາຕິດຂັດຮຸນແຮງໃນລະດັບ 5-7 ກິໂລແມັດຕໍ່ຊົ່ວໂມງ, ແຕ່ຢູ່ປະເທດເຮົາແມ່ນ18-25ກິໂລແມັດຕໍ່ຊົ່ວໂມງ, ກໍນັບວ່າຍັງຢູ່ໃນລະດັບປົກກະຕິ, ແຕ່ຜົນສະທ້ອນນີ້ແມ່ນບັນຫາທີ່ຍັງໃໝ່ຈຶ່ງເຮັດໃຫ້ນັກຂັບຂີ່ຈຳນວນບໍ່ໜ້ອຍຍັງບໍ່ທັນປັບສະພາບໄດ້ທັນ. ສຳລັບການແກ້ໄຂສະພາບການສັນຈອນແອອັດດັ່ງກ່າວໃນຕໍ່ໜ້ານີ້, ແມ່ນຈະສືບຕໍ່ກຳກົດ ແລະ ຈັດສັນບ່ອນຈອດລົດໃຫ້ມີຄວາມເປັນລະບຽບກວ່າເກົ່າ, ເພີ່ມທະວີການລົງໂຄສະນາເຜີຍແຜ່ລະບຽບການສັນຈອນຢູ່ຕາມສະຖາບັນການສຶກສາ, ໂຮງຈັກໂຮງງານເພື່ອປຸກຈິດສຳນຶກໃຫ້ນັກຮຽນ-ນັກສຶກສາກໍຄືມວນຊົນມີສະຕິຕື່ນຕົວເຄົາລົບກົດລະບຽບຈະລາຈອນສູງຂຶ້ນ, ທັງແນໃສຫລຸດຜ່ອນການເກີດອຸປະຕິ
ເຫດບົນທ້ອງຖະໜົນອີກດ້ວຍ. ສ່ວນແຜນການແກ້ໄຂໄລຍະຍາວນັ້ນ, ກໍແມ່ນການວາງແຜນກໍ່ສ້າງບັນດາເສັ້ນທາງຄູ່ຂະໜານຈາກຕົວເມືອງຫາຊານເມືອງ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງໃຫຍ່ກັບເສັ້ນທາງນ້ອຍເພື່ອຊ່ວຍກະຈາຍການສັນຈອນຂອງລົດເຂົ້າ-ອອກຕົວເມືອງໃຫ້ສະດວກໂລ່ງລຽນດີ.

No comments:

Post a Comment