Ad

Ad

23 April 2015

ເຜີຍແຜ່ຜົນສຳຫຼວດຄວາມຄິດເຫັນຂອງນັກທຸລະກິດຕໍ່ການເປີດກວ້າງການຄ້າຂອງລາວ



ວັນທີ 22 ເມສານີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໄດ້ຈັດ ກອງປະຊຸມປຶກສາຫາລືເຜີຍແຜ່ຜົນ ສຳຫຼວດຄວາມຄິດເຫັນຂອງນັກທຸລະກິດຕໍ່ ການເປີດກວ້າງທາງດ້ານການຄ້າ ຂອງລາວ, ຂຶ້ນຢູ່ໂຮງແຮມລາວ ພລາຊາ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ, ມີຜູ້ຕາໜ້າ ຈາກສະຖານທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າ ຈາກສະພາກນຄ້າຕ່າງປະ ເທດ, ຄະນະບໍລະຫານງານສະພາການຄ້າ, ພ້ອມດວຍຜູ້ຕ່າງໜ້າຈາກ ກະ ຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມີຄຳເຫັນໃນກອງປະຊຸມວ່າ: ໃນນາມຕ່າງໜ້າໃຫ້ບັນດາຫົວ ໜ່ວຍທຸລະກິດ, ທັງນັກລົງທືນພາຍໃນ ແລະ ຕ່າງປະເທດສັງເກດເຫັນວ່າຜ່ານການສຳຫຼວດຄວາມຄິດເຫັນຂອງນັກ ທຸລະກິດຕໍ່ການເປີດກ້ວາງດ້ານການຄ້າຂອງລາວ, ແມ່ນເຮັດໃຫ້ເງື່ອນໄຂໃນການດຳເນີນທຸລະກິດ ແລະ ສະພາບແວດ
ລ້ອມຂອງທຸລະກິດລາວດີຂຶ້ນ, ປັດໄຈດັ່ງກ່າວໄດ້ເຮັດໃຫ້ຜູ້ປະກອບການທີ່ເປັນນັກລົງທືນພາຍໃນ ແລະ ຕ່າງປະເທດທີ່ ມາລົງທຶນໃນລາວໄດ້ຮັບຜົນປະໂຫຍດທາງດ້ານການຄ້າ ແລະ ພັດທະນາສິນຄ້າຂອງເຂົາເຈົ້າໃຫ້ສາມາດສົ່ງອອກຕາມ ເງື່ອນໄຂສິດທິພິເສດທາງດ້ານການຄ້າຂອບອາຊຽນ, ຂອບສອງຝ່າຍ ແລະ ສິດທິພິເສດທາງດ້ານການຄ້າຈາກສະຫະ ພາບຢູໂລບ ແລະ ປະເທດອື່ນໆ ແລະ ຜ່ານກນເຂົ້າຮ່ວມຕໍ່ການກະກຽມບົດສຳຫຼວດຄັ້ງນີ້, ຍັງໄດ້ຮູ້ດ້ານດີ ແລະ ສິ່ງ ທ້າທາຍຈຳນວນໜຶຶ່ງທີ່ພາກລັດ ແລະ ພາກທຸລະກິດຈຳນເປັນຈະ ຕ້ອງຮ່ວມກັນແກ້ໄຂເຊັ່ນ: 80% ຂອງຈຳນວນ​ບໍ ລິສັດ​ທີ່​ເຂົ້າຮ່ວມ​ການ​ສຳ​ຫລວດ​ເກືອບ 300 ບໍລິສັດ​ຈາກ 4 ​ແຂວງ​ຄື: ນະຄອນຫລວງ​ວຽງ​ຈັນ, ສະຫວັນ​ນະ​ເຂດ, ຫລວງ​ພະ​ບາງ ​ແລະ ຈຳປາ​ສັກ, ພວກ​​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ເຊື່ອມ​ໂຍງ ​ແລະ ການ​ເປີດ​ກວ້າງ​ທາງ​ດ້ານ​ການ​ຄ້າ​ຂອງ​ລາວພາຍຫລັງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ແລະ ໄດ້​ເຮັດ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ເຫຼົ່ານັ້ນສາມາດຂະຫຍາຍ​ການ​ຄ້າ​ການ​ຜະລິດ​ສິນຄ້າເພື່ອ​ການ​ສົ່ງ​ອອກ​ໃນ​ພາກພື້ນອາ​ຊຽນ ​ແລະ ສາກົນດີຂຶ້ນ; ແຕ່ ຄຽງຄູ່ກັນນັ້ນຍັງມີຫົວໜ່ວຍ​ທຸລະ​ກິດ​ທີ່​ເປັນ​ຜູ້​ລົງທຶນ​ພາຍ​ໃນ​ຈຳນວນໜຶ່ງຍັງ​ບໍ່​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ​ດ້ານ​ຂັ້ນຕອນ​ການ​ນຳ​ເຂົ້າ-ສົ່ງ​ອອກ ​ໂດຍ​ສະ​ເພາະ​ການຈັດຕັ້ງປະ ຕິບັດ​ບັນດາ​ລະບຽບ​ການ​ຢູ່​ຂັ້ນແຂວງ  ແລະ ຂັ້ນສູນ​ກາງ​ຍັງ​ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ອັນໄດ້ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ປະກອບ​ການ; ຜົນ​ຂອງ​ການ​ສຳ​ຫລວດ​ຍັງ​ສະ​ແດງ​ໃຫ້​ເຫັນບາງ​ຫົວ ໜ່ວຍ​ທຸລະ​ກິດ, ​ໂດຍ​ສະ​ເພາະ​ຂະໜາດ​ນ້ອຍ ​ແລະ ກາງ​ຍັງ​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ບັນດາ​ລະບຽບ, ນະ​ໂຍບາຍ​ທາງ​ດ້ານ​ການ​ຄ້າ, ນີ້ກໍເນື່ອງມາຈາກການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຍັງ​ຈຳກັດ ​ແລະ ບໍ່​​ເປັນ​ປົກກະຕິ.
      ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດກ່າວວ່າ: ​ໄລຍະ​ຜ່ານ​ມາ ສຄອ ​ແຫ່ງ​ຊາດ​ລາວ, ບັນດາ​ສະມາຄົມ ​ແລະ ກຸ່ມ​ທຸລະ​ກິດ​ທີ່​ເປັນ​ຜູ້​ປະກອບ​ການ​​ໄດ້​ມີ​ໂອກາດ​ເຂົ້າຮ່ວມ​ໃນ​ການ​ສະໜອງ​ຂໍ້​ມູນ, ບົດສອບ​ຖາມ​ຂອງ​ຫລາຍ​ບົດ​ສຳ​ຫລວດ​ຈາກ​ພາກ​ລັດ ​ແລະ ອົງການ​ຈັດຕັ້ງສາກົນ. ບັນດາ​ຜົນ​ຂອງ​ບົດ​ສຳ​ຫລວດ​ແມ່ນ​ມີ​ປະ​ໂຫຍ​ດ​ແກ່​ການ​ສັງ​ລວມບັນຫາ, ຂໍ້​ສະ​ເໜີ ​ແລະ ທິດ​ທາງ​ໃນ​ການ​ແກ້​ໄຂໂດຍ​ສະ​ເພາະ​ການ​ສ້າງ​ໂອກາດ​ໃຫ້​ພາກ​ລັດ ​ແລະ ພາກ​ທຸລະ​ກິດ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ບັນຫາ​ຮ່ວມ​ກັນ. ດັ່ງນັ້ນຫວັງ​ຢ່າງ​ຍິ່ງ​ວ່າ: ການ​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ຂອງ​ບັນ ດາ​ທ່ານ​ຜ່ານ​ກອງ​ປະຊຸມ​ປຶກສາ​ຫາລື​ບົດ​ສຳ​ຫລວດ​ຂອງ​ພາກ​ທຸລະ​ກິດ​ຕໍ່​ການ​ເປີດ​ກວ້າງ​ທາງ​ດ້ານ​ການ​ຄ້າ​ຂອງ​ລາວ​ຄັ້ງ ນີ້ຈະ​ເປັນ​ການ​ສັງ​ລວມຂໍ້​ສະ​ເໜີ​ຂອງ​ພາກ​ທຸລະ​ກິດ​ຕໍ່​ອົງການ​ຈັດຕັ້ງມະຫາ​ພາກ​ໃນ​ການ​ປັບປຸງ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ພົວພັນ​ການຈັດຕັ້ງປະຕິບັດ​ຫລັກການ​ດ້ານ​ການ​ຄ້າ ​ແລະ ຂອບ​ການ​ຮ່ວມ​ມື​ການ​ຄ້າ​ສາກົນ. ນອກ​ນັ້ນພາກ​ທຸລະ​ກິດ​ເອງ​ກໍ​ຕ້ອງ​ກຽມພ້ອມ​ໃນ​ການ​ປັບປຸງ​ທຸລະ​ກິດ​ຂອງ​ຕົນ​ເອງ​ໃຫ້​ສາມາດ​ກຽມພ້ອມ​ແກ່​ການ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ.

No comments:

Post a Comment