Ad

Ad

1 April 2015

ຜູ້ຮັບເໝົາກໍ່ສ້າງທາງດອນໜູນ-ທ່າງ່ອນຂໍໃຫ້ອົດໃຈລໍກາງປີນີ້ໄດ້ຢຽບທາງເບຕົງ



 ພາຍຫລັງເສັ້ນທາງແຕ່ດອນໜູນຫາທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເລີ່ມກໍ່ສ້າງເມື່ອ​ໄລຍະ
ກາງປີຜ່ານມາ, ກໍປາກົດວ່າໄດ້ເກີດບັນຫາຂີ້ຝຸ່ນປິວໄຫງ່ຢ່າງຮ້າຍແຮງສົ່ງຜົນກະທົບດ້ານມົນລະພິດໃຫ້ແກ່ປະຊາຊົນ ທີ່ອາ​ໄສຢູ່ຕາມແຄມທາງ ແລະ ຜູ້ທີ່ສັນຈອນຜ່ານໄປມາ ແລະ ສ່ຽງຕໍ່ການເກີດອຸປະຕິເຫດໃນຍາມຄ່ຳຄືນນຳດ້ວຍ, ເຊິ່ງເມື່ອບໍ່ເ ທົ່າໃດວັນນີ້, ກໍມີລົດແກ່ດິນຕຳທ້າຍລົດຈັກຈົນໄດ້ຮັບບາດສາຫັດຍ້ອນຜູ້ຂັບລົດແກ່ດິນອ້າງວ່າຂີ້ຝຸ່ນ ໄຫງ່ຫລາຍຈຶ່ງບໍ່ເຫັນລົດ ຈັກແລ່ນຢູ່ທາງໜ້າ.
ຕໍ່ບັນຫາດັ່ງກ່າວນັກຂ່າວພວກເຮົາໄດ້ສຳພາດບໍລິສັດ ທອງພູພານອຸດົມສີນກໍ່ສ້າງ ສ້ອມແປງຂົວທາງຈຳ
ກັດຜູ້ຮັບເໝົາກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ພາຍຫລັງບໍລິສັດພວກເຮົາໄດ້ສຳເລັດການລົງນາມສັນຍາການ ກໍ່ສ້າງກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ເມື່ອເດືອນມັງກອນ 2013 ແລະ ມາຮອດ ເດືອນກໍລະກົດກໍໄດ້ລົງມືກໍ່ສ້າງ, ເຊິ່ງມີຄວາມຍາວ 12 ກິໂລແມັດ, ກວ້າງ 25 ແມັດ ແລະ ຜ່ານການຈັດຕັ້ງປະຕິບັດ ການກໍ່ສ້າງຕົວຈິງໃນເບື້ອງຕົ້ນກໍເຫັນວ່າມີທັງຂໍ້ສະດວກ ແລະ ບັນຫາຫຍຸ້ງຍາກ, ໂດຍສະເພາະຂໍ້ສະດວກກໍແມ່ນໄດ້ຮັບ ການຮ່ວມມືທີ່ດີຈາກພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງຂັ້ນຕ່າງໆ, ສ່ວນບັນຫາຫຍຸ້ງຍາກກໍແມ່ນການ ແກ້ໄຂຮື້ຖອນບັນດາສິ່ງກີດຂວາງຂອງປະຊາຊົນທີ່ນອນໃນຂອບເຂດເສັ້ນທາງ ແລະ ມີລົດແລ່ນຜ່ານໄປມາຕະຫລອດ ວັນອັນເປັນການກີດຂວາງການກໍ່ສ້າງ ແລະ ເຮັດໃຫ້ເກີດມີສະພາບການສັນຈອນຕິດຂັດແອອັດໃນບາງ​ໄລຍະ ແລະ ສິ່ງທີ່ຫລີກລຽງບໍ່ໄດ້ກໍແມ່ນບັນຫາຂີ້ຝຸ່ນປິວໄຫງ່, ເຊິ່ງນັບວ່າເປັນຄວາມເດືອດຮ້ອນໃຫ້ແກ່ການດຳລົງຊີວິດຂອງປະ ຊາຊົນທີ່ອາໄສຢູ່ຕາມແຄມທາງ ແລະ ຜູ້ສັນຈອນໄປມາບໍ່ໜ້ອຍ, ແນວໃດກໍຕາມ ເພື່ອຮັບປະກັນໃຫ້ການສັນຈອນມີ ຄວາມສະດວກໂລ່ງລຽນ ແລະ ຫລຸດຜ່ອນບັນຫາຂີ້ຝຸ່ນໃນສະເພາະໜ້ານີ້, ແມ່ນຈະສຸມໃສ່ປູເບຕົງເບື້ອງຂວາແຕ່ວົງ ວຽນດອນໜູນໄປຮອດກິໂລແມັດທີ 6 ແລະ ແຕ່ກິໂລແມັດທີ 6 ໄປຫາກິໂລແມັດທີ 12 ແມ່ນຈະປູເບຕົງເບືອງຊ້າຍ, ເຊິ່ງຈະໃຫ້ແລ້ວໃນກາງປີນີ້ເພື່ອເປີດໃຫ້ລົດແລ່ນໄປມາໄດ້ຊົ່ວຄາວ, ສ່ວນການຫລຸດຜ່ອນບັນຫາຂີ້ຝູ່ນໄຫງ່ກໍໄດ້ໃຊ້ ລົດນ້ຳຈຳນວນ 7 ຄັນຫົດນ້ຳໃນເວລາ 6:00,11:00,14:00 ແລະ 16:00 ໂມງຂອງແຕ່ລະວັນ, ແຕ່ໄລຍະນີ້ເຫັນວ່າສະ
ພາບອາກາດແດດຮ້ອນອົບເອົ້າຈຶ່ງເຮັດໃຫທາງແຫ້ງໄວ ແລະ ມີຂີ້ຝຸ່ນປິວໄຫງ່ໃນບາງຊ່ວງບາງຈຸດ.
ສະນັ້ນ,ຈຶ່ງຂໍໃຫ້ປະຊາຊົນທີ່ອາໄສຢູ່ຕາມແຄມທາງ ແລະ ຜູ້ທີ່ສັນຈອນໄປມາໃນເສັ້ນທາງດັ່ງກ່າວ, ຈົ່ງໃຫ້
ການຮ່ວມມື ແລະ ເຂົ້າໃຈຕໍ່ຄວາມບໍ່ສະດວກຕ່າງໆທີ່ເກີດຈາກການກໍ່ສ້າງຄັ້ງນີ້ດ້ວຍ ແລະ ການສັນຈອນໄປມາກໍໃຫ້ມີ ສະຕິລະວັງເພື່ອຫລີກລ້ຽງບໍ່ໃຫ້ເກີດອຸປະຕິເຫດຕາມມາ.

No comments:

Post a Comment