Ad

Ad

1 April 2015

ຮອງປະທານາທິບໍດີ ສ.ມຽນມາ ຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ I



ໃນລະຫວ່າງເດີນທາງມາຢ້ຽມຢາມສັນຖະວະໄມຕີສປປລາວ, ແຕ່ວັນທີ 30 ມີນາຫາ 1 ເມສາ 2015 ນີ້, ທ່ານ ຢຽນຕູນ ຮອງປະທານາທິບໍດີແຫ່ງ ສ.ມ ຽນມາ ແລະ ພັນລະຍາພ້ອມຄະນະ, ໄດ້ເດີນທາງໄປຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ I ຢູ່ແຂວງວຽງຈັນໃນວັນທີ 31 ມີນານີ້, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາເມິງ ພົງທະດີ ເຈົ້າແຂວງວຽງຈັນ, ມີບັນດາອໍານວຍການ, ພ້ອມດ້ວຍອໍານາດການປົກ ຄອງແຂວງວຽງຈັນຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ຢຽນຕູນ ແລະ ຄະນະໄດ້ຮັບຟັງການລາຍງານກ່ຽວກັບຄວາມເປັນມາຂອງເຂື່ອນໄຟຟ້ານ້ຳງື່ມ I, ເຊິ່ງເຂື່ອນໄຟຟ້າດັ່ງກ່າວມີກໍາລັງຕິດຕັ້ງ 150 ເມກາວັດ, ປີ 2003-2004 ໄດ້ມີໂຄງການສ້ອມແປງໃຫຍ່ເຄື່ອງຈັກເບີໜຶ່ງ ແລະ ເບີສອງເຮັດໃຫ້ກໍາລັງຕິດຕັ້ງຂອງເຄື່ອງຈັກເພີ່ມຂຶ້ນຈາກ 15 ເມກາວັດເປັນ 17,5 ເມກາວັດ ໃນແຕ່ລະໜ່ວຍເຄື່ອງຈັກ,
ປັດຈຸບັນເຂື່ອນໄຟຟ້ານ້ຳງື່ມ I ມີກໍາລັງຕິດຕັ້ງ 155 ເມກາວັດ, ມີເຄື່ອງຈັກທັງໝົດ 5 ເຄື່ອງ, ພະລັງການຜະ ລິດສະເລ່ຍຕໍ່ປີ 1.025 ກິໂລວັດໂມງຕໍ່ປີ, ມີເນື້ອທີ່ອ່າງໂຕ່ງນ້ຳ 8.460 ກິໂລຕາແມັດ, ເຂື່ອນໄຟຟ້ານ້ຳງື່ມ I ໄດ້ສ້າງຕັ້ງແຕ່ປີ 1968 ເປັນຕົ້ນ ມາ, ພ້ອມນີ້ທ່ານຍັງໄດ້ຮັບຟັງແຜນຍຸດທະສາດ 20 ປີໃນການສົ່ງເສີມພະລັງງານເພື່ອປະຊາຊົນ ແລະ ການຊົມໃຊ້ພະລັງງານ ທົດແທນຈາກຜູ້ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່.
ຈາກນັ້ນ, ທ່ານ ຢຽນຕູນ ແລະ ພັນລະຍາພ້ອມຄະນະ, ກໍໄດ້ຢ້ຽມຊົມເຄື່ອງຈັກການຜະລິດໄຟຟ້າແລະຂີ່ເຮືອຊົມ ທິວທັດທໍາມະຊາດແລະຮັບປະທານອາຫານຢູ່ໜ້າເຂື່ອນໄຟຟ້າດັ່ງກ່າວ, ຫລັງຈາກນັ້ນທ່ານຢຽນຕູນແລະພັນລະຍາພ້ອມ ຄະນະໄດ້ເດີນທາງກັບນະຄອນຫລວງວຽງຈັນດ້ວຍຄວາມສະຫວັດດີພາບ.

No comments:

Post a Comment