Ad

Ad

10 April 2015

ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄຂຂຶ້ນຢ່າງເປັນທາງ ການ



          ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ)ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 9 ເມສານີ້, ຢູ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງສະຫາຍສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະມາຊິກພັກອ້ອມຂ້າງກະຊວງກວຕພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.
          ໃນກອງປະຊຸມສະຫາຍ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງ ກວຕ ໄດ້ຂຶ້ນຜ່ານບົດລາຍງານການເມືອງໂດຍຍົກໃຫ້ເຫັນເຖິງຜົນການຈັດຕັ້ງປະຕິບັດມະຕິຂອງອົງຄະນະພັກໃນໄລຍະແຕ່ປີ 2011 ຫາ  2015, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງໜ້າທີ່ຕົ້ນຕໍ, ສຳລັບທິດທາງແຜນການ 5 ປີຕໍ່ໜ້າ (2016 ຫາ -2020) ແມ່ນເລັ່ງໃສ່ການເພິ່ມທະວີກໍ່ສ້າງພັກ, ຍົກສູງຄວາມສາມາດໃນການນຳພາຂອງຄະນະພັກ ແລະ ບັນດາມາດຕະ ການຈັດຕັ້ງປະຕິບັດ, ເຊິ່ງຕະຫລອດໄລຍະ 4 ປີຜ່ານມາຄະນະພັກ, ຄະນະນຳກະຊວງກວຕໄດ້ເອົາໃຈໃສ່ຊີ້ນຳ-ນຳພາ
ປຸກລະດົມສະມາຊິກພັກ, ພະນັກງານໃນການຈັດຕັ້ງປະຕິບັດວຽກງານຢ່າງມີຜົນສຳເລັດໃນຫລາຍດ້ານໄປຄຽງຄູ່ກັບການ ກໍ່ສ້າງພັກໃຫ້ເຂັ້ມແຂງດ້ວຍການສຶກສາອົບຮົມການເມືອງແນວຄິດດ້ວຍຫລາຍຮູບແບບ, ຊີ້ນຳ-ນຳພາ, ປັບປຸງກົງຈັກລັດ ແລະ ກຳນົດພາລະບົດບາດຂອງການຈັດຕັ້ງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີໃນຂອບເຂດທົ່ວປະເທດ. ນອກນັ້ນ, ຄະນະພັກ, ຄະນະນຳກະຊວງກວຕຍັງໄດ້ຊຸກຍູ້ສົ່ງເສີມໃຫ້ມີການຄົ້ນຄວ້າ-ພັດທະນາວິທະຍາສາດໃນຂົງເຂດນິເວດວິທະຍາ, ຊີວະ-ເຕັກໂນໂລຊີ, ພະລັງງານທົດແທນ, ວັດສະດຸໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຂົງເຂດອື່ນໆ.
          ໂອກາດດັ່ງກ່າວສະຫາຍ ສຈດຣ. ບໍ່ວຽງຄຳ ວົງດາລາ ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານໃນທົ່ວ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີທົ່ວປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງອົງຄະນະພັກ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຢ່າງເປັນປຶກແຜ່ນ, ອອກແຮງສ້າງຜົນງານໃນຂະບວນການແຂ່ງຂັນຮັກຊາດພັດທະນາແລະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ນຳເອົາວິທະຍາສາດ ແລະ ເຕັກໂນໂລຊີເປັນກຳລັງແຮງ ແລະ ພາຫະນະບຸກທະລຸໃຫ້ປະເທດເຮົາຫລຸດພົ້ນອອກຈາກ
ຄວາມດ້ອຍພັດທະນາ, ຫັນປະເທດໃຫ້ເປັນອຸດສາຫະກຳແລະທັນສະໄໝ,ເຮັດໃຫ້ປະເທດຊາດເປັນປະເທດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕຍຸຕິທຳ ແລະສີວິໄລຢ່າງແທ້ຈິງ.

No comments:

Post a Comment