Ad

Ad

8 April 2015

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ສຳເລັດຜົນຈົບງາມ



     ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ສຳເລັດລົງດ້ວຍຜົນອັນຈົບງາມໃນບ່າຍວັນທີ 7 ເມສານີ້, ພາຍຫລັງດຳເນີນ ມາເປັນເວລາ 2 ວັນຢູ່ສຳນັກງານລັດວິສາຫະກິດໄຟຟ້າລາວ ນະຄອນ ຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ດຣ ສຸລິວົງ ດາລາວົງ ເຂລາຄະ ນະພັກ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໂດຍການເຂົ້າຮ່ວມ ຂອງສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນ ກາງພັກ, ມີບັນດາສະມາຊິກພັກອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ, ກອງປະຊຸມໄດ້ໃຊ້ສິດປະຊາທິປະ ໄຕປ່ອນບັດຄັດເລືອກເອົາຄະນະພັກກະຊວງຊຸດໃໝ່ ໂດຍເປັນເອກກະສັນເລືອກສະຫາຍ ດຣ ຄຳມະນີ ອິນທິລາດ ເປັນເ ລຂາຄະນະພັກ, ສະຫາຍ ທອງພັດ ອິນທະວົງ ເປັນຮອງເລຂາ ແລະ ສະຫາຍນາງ ຈັນສະຫວາດ ບຸບຜາ ເປັນປະທານ ກວດກາພັກ.

     ກອງປະຊຸມໄດ້ມີມະຕິຮັບຮອງເອົາທິດທາງລວມຂອງແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າຄື: “ພັດທະນາພະລັງງານ ແລະ ບໍ່ແຮ່ຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ຂຸດຄົ້ນ ແລະ ນ້ຳໃຊ້ທ່າແຮງຊັບພະຍາ ກອນທຳມະຊາດໃຫ້ຮັບປະກັນຄວາມຍືນຍົງ, ສົ່ງເສີມຫົວໜ່ວຍເສດຖະກິດຂອງຊາດໃຫ້ເຂັ້ມ ແຂງ, ຍູ້ແຮງການສະໜອງ ໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ, ເຊື່ອມໂຍງແລກປ່ຽນພະລັງງານກັບປະ ເທດເພື່ອນບ້ານ ແລະ ພາກພື້ນ, ພັດທະນາພະລັງງານ ແລະ ບໍ່ແຮ່ເພີ່ມຂຶ້ນດ້ວຍສີຂຽວ ແລະ ສົດໄສ ”.
     ໃນໂອກາດນີ້, ສະຫາຍເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ກໍໄດ້ໂອ້ລົມຕໍ່ກອງປະ
ຊຸມ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ຄະນະພັກກະຊວງຊຸດເກົ່າໄດ້ຊີ້ນຳ-ນຳພາ, ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກກໍຄືການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ສ້າງປະຖົມປັດໄຈພື້ນຖານໃຫ້ແກ່ການພັດທະນາປະເທດຊາດດີຂຶ້ນກວ່າເກົ່າ, ດັ່ງນັ້ນ, ຈຶ່ງສະເໜີໃຫ້ຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ດີ, ໂດຍສະເພາະການຊື່ມຊືມມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງພັກເປັນປົກກະຕິ ແລະ ເຂົ້າສູ່ຊີວິດຕົວຈິງໃນຖັນແຖວສະມາຊິກພັກ, ພະນັກ ງານ-ລັດຖະ ກອນຢ່າງເລິກເຊິ່ງທົ່ວເຖິງ, ຍົກສູງທັດສະນະຫລັກໝັ້ນຊົນຊັ້ນ, ສາມາດຈຳແນກມິດ-ສັດຕູ ໄດ້ຈະແຈ້ງໃນເງື່ອນໄຂເສດ ຖະກິດຕະຫລາດມີການຂະຫຍາຍຕົວໄວ, ມີສະຕິລະວັງຕົວ, ມີຄວາມຊື່ສັດບໍລິສຸດ, ຈົ່ງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ຮູ້ເສຍສະຫລະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ ແລະ ບັນຫາສຳຄັນຂອງການກໍ່ສ້າງ, ການຂະຫຍາຍສະມາຊິກພັກ ຕ້ອງເນັ້ນໃຫ້ໄດ້ດ້ານຄຸນນະພາບຫລາຍກວ່າດ້ານປະລິມານ, ນອກຈາກນີ້, ຂະແໜງພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງ ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ເພື່ອເປັນພື້ນຖານໃນການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝເທື່ອ ລະກ້າວນັ້ນ, ຕ້ອງເພີ່ມທະວີການສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດພຽງພໍ, ປັບປຸງພື້ນຖານວັດຖຸເຕັກ ນິກໃຫ້ທັນສະໄໝ, ສ້າງລະບົບກົນໄກການຄຸ້ມຄອງທີ່ດີ, ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນ ທຳມະຊາດທີ່ມີເພື່ອນຳ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ, ເປີດກວ້າງການຮ່ວມມືກັບສາກົນໃຫ້ຫລາຍກວ່າເກົ່າ, ສາມາດດຶງດູດເອົາການລົງທຶນເຂົ້າໃນ ຂະແໜງດັ່ງກ່າວໃຫ້ຫລາຍຂຶ້ນເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ມີຄວາມຮັ່ງມີມັ່ງຄັ່ງເຂັ້ມແຂງ.

No comments:

Post a Comment