Ad

Ad

8 April 2015

ຖະແຫລງກ່ຽວກັບການສະຫລອງວັນສ້າງຕັ້ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 60 ປີ



ໃນວັນທີ7 ເມສານີ້, ທ່ານ ດຣ ວິໄລວົງ ບຸດດາຄໍາ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ຊປປລ),ໄດ້ຖະແຫລ່ງກ່ຽວກັບ ການກະກຽມສະເຫລີມສະຫລອງວັນສ້າງຕັ້ງ ຊປປລ ຄົບຮອບ 60 ປີ(14 ເມສາ 1955-14 ເມສາ 2015) ວ່າ: ປີ 2015 ເປັນປີທີ່ມີຄວາມໝາຍສໍາຄັນ ຂອງ ຊາດເຮົາເຊັ່ນ: ຄົບຮອບ 60 ປີຂອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ(ວັນທີ 22 ມີນາ 1955-22 ມີນາ 2015)ແລະ ຄົບຮອບ 40 ປີວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ບັນລຸຜົນເປັນຈິງ,​ ບຸກທະລຸໄດ້​​ຄາດໝາຍ 4 ບຸກທີ່ພັກວາງອອກຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ,ຍູ້ແຮງຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງພັກຕາມທິດ 3 ສ້າງ ແລະ ຖືເອົາວັນທີ 14 ເມສາ ເປັນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍ.

ທ່ານ ດຣ ວິໄລວົງ ບຸດດາຄໍາ ໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ, ຈົ່ງພ້ອມກັບສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າ,​ ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວ, ສືບທອດມູນເຊື້ອທີ່ສະຫລາດສ່ອງໃສຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ,​ ໂດຍສະເພາະແມ່ນສ້າງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທໍາປະຕິວັດ, ຕັ້ງໜ້າປັບປຸງກໍສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ ,​ເຂັ້ມແຂງທາງດ້ານການເມືອງ-​ແນວຄິດ ,ການຈັດຕັ້ງແບບແຜນດໍາລົງຊີວິດທີ່ສອດຄ່ອງກັບຍຸກໂລກາພິວັດ ແລະ ການເຊື່ອມໂຍງດ້ວຍການຮັກສາຮີດຄອງປະເພນີອັນດີງາມຂອງຊາດແລະປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ-​ເຍົາວະຊົນ​​ໃຫ້ຫລຸດໜ້ອຍ​​ລົງ, ພ້ອມນີ້ຈະຕ້ອງໄດ້ສຸມໃສ່ໃນການພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນໃຫ້ນັບມື້ນັບດີຂຶ້ນ, ໂດຍສຶບຕໍ່ສ້າງຜົນງານຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດ ແລະ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ,​ເປັນຕົ້ນແມ່ນສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີVII ຂອງຜູ້ແທນຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນໍາໜ້າປະຈັນບານເຂົ້າໃນທຸກໜ້າທີ່ວຽກງານໃຫ້ສົມກັບປະທານ ໄກສອນ ພົມວິຫານ ຂະໜາມນາມ​​ໄວ້ວ່າ: ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ແລະ ກາຍເປັນສິນ​​ໄຊແຫ່ງຍຸກສະ ໄໝ”.

No comments:

Post a Comment