Ad

Ad

9 April 2015

ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງໄຊຍະບູລີໄຂຂຶ້ນຢ່າງເປັນທາງການ



ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງໄຊຍະບູລີໄດ້ໄຂຂຶ້ນຢ່າງ ເປັນທາງການໃນວັນທີ 8 ເມສານີ້ຢູ່ສະ ໂມສອນໂຮງຮຽນການເມືອງການປົກຄອງ ແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດກຳມະການກົມ ການເມືອງສູູນກາງພັກ, ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ,ພ້ອມດ້ວຍຜູ້ແທນສົມບູນ 250 ສະຫາຍ, ຍິງ 40 ສະຫາຍທີ່ຕາງໜ້າ ສະມາຊິກທົ່ວແຂວງ​ເກືອບ14.000 ສະ ຫາຍແລະ ຜູ້ຕາງໜ້າຄະນະບໍລິຫານງານ ພັກແຂວງຫລວງພະບາງ, ບໍ່ແກ້ວ, ອຸດົມໄຊ, ແຂວງວຽງຈັນ, ຄະນະພັກກອງກ 2 ເຂົ້າຮ່ວມ.
ກອງປະຊຸມໃຫຍ່ດ່ັງກ່າວ, ບັນດາຜູ້ແທນໄດ້ເປັນເຈົ້າການຄົ້ນຄວ້າພິຈາລະນາແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ​​ແຕ່ປີ 2016-2020 ກໍຄືວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີແຕ່ປີ 2016-2025 ​ເພື່ອເຮັດໃຫ້ແຂວງຂອງຕົນພັດທະນາເປັນແຂວງທັນສະໄໝດ້ານກະສິກຳຕາມທິດສີຂຽວ ແລະຍືນຍົງຕິດພັນ ກັບອຸດສາຫະກຳປຸງແຕ່ງ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດຕໍ່ສ່ິງແວດລ້ອມ.

ສະຫາຍ ພົງສະຫວັນ ສິດທະວົງ ເລຂາພັກແຂວງໄຊຍະບູລີຕາງໜ້າຄະນະບໍລິຫານງານພັກແຂວງສະໄໝທີ V ​ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ແຕ່ນີ້ຫາປີ 2020 ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍ ຕົວໄວແລະ ຕໍ່ເນື່ອງໃນລະດັບ 9% ຕໍ່ປີເພື່ອສາມາດເຮັດໃຫ້ປະຊາຊົນມີລາຍຮັບໂດຍສະເລ່ຍ 24 ລ້ານກວ່າກີບຫລື 3.710 ໂດລາສະຫະລັດຕໍ່ຄົນຕໍ່ປີ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ. ແນວໃດກໍດີເພື່ອໃຫ້ໄດ້ແນວນີ້ຕ້ອງສ້າງ ໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ທີ່ສຳຄັນການແກ້ໄຂຄວາມ ທຸກຍາກຕ້ອງສົມທົບແໜ້ນລະຫວ່າງການພັດທະນາຊົນນະບົດກັບການພັດທະນາກະສິກຳໄປພ້ອມໆກັນຕາມທິດຍືນຍົງທາງປະລິມານແລະຄຸນນະພາບ, ສະອາດປອດສານເຄມີສາມາດສົ່ງອອກສູ່ຕະຫລາດພາກພື້ນແລະ ສາກົນ. ຂະນະດຽວກັນກໍຮັບປະກັນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານໂດຍການສົ່ງເສີມການຜະລິດແບບຄອບຄົວແບບເປັນຟາມແລະແບບນິຄົມກະສິກຳອຸດສາຫະກຳທັງຫັນການຜະລິດກະສິກຳເປັນທັນສະໄໝຢູ່ບາງເຂດ, ສືບຕໍ່ກຳນົດເຂດການຜະລິດຕາມເຂດແຄວ້ນຢ່າງຈະແຈ້ງແລະ 3 ທົ່ງພຽງຂອງແຂວງຄື: ທົ່ງພຽງຊຽງຮ່ອນ,ໄຊຍະບູລີແລະເມືອງພຽງ. ສຳລັບຂະແໜງການເສດຖະກິດອື່ນໆກໍຕ້ອງພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໄປພ້ອມກັບການເພີ່ມທະວີການພັດທະນາສັງຄົມແລະວັດທະນະທຳໃຫ້ສົມຄູ່ກັບການພັດທະນາເສດຖະ ກິດໂດຍຖືເອົາການສ້າງຊັບພະຍາກອນມະນຸດເປັນບູລິມະສິດ. ແນວໃດກໍດີ 5 ປີຜ່ານມາ, ທົ່ວພັກ,ທົ່ວລັດ,ທົ່ວກຳລັງປະກອບອາວຸດແລະທົ່ວປວງຊົນບັນດາເຜົ່າຂອງ​ແຂວງໄດ້ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໂດຍສະເພາະການປະຕິບັດບາດກ້າວບຸກທະລຸ 4 ດ້ານທີ່ພັກວາງອອກອັນໄດ້ເຮັດໃຫ້ມີສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍເປັນເງື່ອນໄຂສຳຄັນໃຫ້ແກ່ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ປະສົບຜົນສຳເລັດຫລາຍດ້ານອັນພົ້ນເດັ່ນແມ່ນຈັງຫວະການເຕີບໃຫຍ່ທາງເສດຖະກິດບັນລຸ 9% ເຮັດໃຫ້ປະຊາຊົນມີລາຍຮັບສະເລ່ຍ16 ລ້ານກວ່າກີບຕໍ່ຄົນຕໍ່ປີຫລືປະມານ2.100 ໂດລາ, ຂະນະທີ່ຄວາມທຸກຍາກຂອງປະຊາຊົນກໍຫລຸດລົງຢ່າງຈະແຈ້ງຄືຄອບຄົວທຸກຍາກຫລຸດລົງຈາກ6% ກວ່າເຫລືອ 2% ກວ່າ. ຂະນະທີ່ບ້ານທຸກຍາກຈາກ 9% ກວ່າເຫລືອ 3% ກວ່າເທົ່ານັ້ນ. ຂະນະດຽວກັນກໍສາມາດສ້າງບ້ານພັດທະນາກວມກວ່າ 58%, ຄອບຄົວພັດທະນາກວມກວ່າ 81% ແລະສາມາດປະກາດ 9 ເມືອງເປັນເມືອງພົ້ນທຸກແລ້ວ.

No comments:

Post a Comment