Ad

Ad

4 May 2015

ໄລຍະນີ້ ອາກາດຈະຮ້ອນຂຶ້ນອີກ 1-3 ອົງສາ, ພ້ອມມີຝົນຕົກ ແລະ ລົມແຮງຢູ່ບາງທ້ອງຖິ່ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະວັນທີ 29 ເມສາ - 05 ພຶດສະພານີ້, ບໍລິເວນຄວາມກົດດັນຕ່ໍ່າ ຂອງອາກາດຮ້ອນຍັງຈະມີກຳລັງປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນ ຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດຮ້ອນຂຶ້ນ 1 ຫາ 3 ອົງສາ ຢູ່ແຕ່ລະພາກໃນຕອນກາງ ເວັນພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຄະນອງກະຈາຍ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນ ແຕ່ລະພາກເປັນບາງໂອກາດ, ນັບທັງ ນະຄອນຫລວງວຽງຈັນ.
     ອຸນຫະພູມໃນໄລຍະນີ້ ຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ. ຈາກນັ້ນ ກໍຈະຮ້ອນຫາຮ້ອນເອົ້າໃນຕອນກາງເວັນ, ພ້ອມມີໝອກແຫ້ງປົກຫຸ້ມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຄະນອງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ກາງອາທິດນີ້ຈະມີຝົນຕົກຢູ່ບາງທ້ອງຖິ່ນຂອງແຂວງພາກກາງ ແລະ ພາກໃຕ້, ນັບທັງນະຄອນຫລວງວຽງຈັນ.

     ແຈ້ງເຕືອນ: ໃນໜຶ່ງອາທິດຕໍ່ໜ້າບໍລິເວນຄວາມກົດດັນຕ່ໍາຂອງອາກາດຮ້ອນຍັງຈະມີກຳລັງປານ ກາງແຜ່ລົງມາປົກຄຸມຢູ່ ທົ່ວໄປທົ່ວພາກຂອງປະເທດລາວເຮົາ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງພ້ອມມີລົມພັດແຮງ (ພະຍຸທ້ອງຖິ່ນ), ເກີດຂຶ້ນຢູ່ຫລາຍທ້ອງ ຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນທຸກຊັ້ນຄົນຈົ່ງມີສະຕິລະວັງຕົວຕໍ່ກັບສະພາບຝົນຕົກຟ້າຄະນອງ, ລົມແຮງໃນໄລຍະໜຶ່ງອາທິດ ຕໍ່ໜ້າ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.

No comments:

Post a Comment