Ad

Ad

27 May 2015

ຜົນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄຫມທີ IX



       ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ IX ໄດ້ສຳ ເລັດລົງດ້ວຍຜົນອັນຈົບງາມພາຍຫລັງດຳເນີນມາລະຫວ່າງວັນທີ 11-26 ພຶດສະພານີ້ ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
      ກອງປະຊຸມໄດ້ລົງເລິກຄົ້ນຄວ້າປຶກສາຫາລື ແລະ ໃຫ້ທິດຊີ້ນຳຫລາຍບັນຫາສຳ ຄັນຄືການ ຈັດຕັ້ງປະຕິບັດວຽກງານໃນຂົງເຂດການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ທິດທາງວຽກງານຮອບດ້ານໃນສົກປີ 2015-2016; ບັນຫາການປັບປຸງລັດຖະທຳມະນູນ; ການກະກຽມ ດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຜົນສຳເລັດ.

      ກອງປະຊຸມໄດ້ເປັນເອກະພາບຕີລາຄາວ່າ: ໃນໄລຍະໜຶ່ງປີຜ່ານມານີ້, ເຖິງສະພາບການສາກົນ ແລະ ພາກພື້ນຍັງສືບ ຕໍ່ຜັນແປຢ່າງໄວວາ ແລະ ສັບສົນ, ບາງຂົງເຂດມີຄວາມຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບບໍ່ໜ້ອຍ ຕໍ່ປະເທດເຮົາ, ສະພາບ ພາຍໃນປະເທດເຮົາກໍຍັງມີຄວາມຫຍຸ້ງຍາກໃນບາງດ້ານໂດຍສະເພາະດ້ານເສດຖະກິດ-ການເງິນ, ລາຍຮັບ-ລາຍຈ່າຍ ງົບປະມານ, ບັນຫາໜີ້ສິນກໍຄືປາກົດການຫຍໍ້ທໍ້ໃນສັງຄົມຍັງມີຫລາຍດ້ານທີ່ຍັງ ເປັນສິ່ງທ້າທາຍຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ກໍຕາມ, ແຕ່ດ້ວຍການເສີມຂະ ຫຍາຍຄວາມສາມັກຄີປອງດອງເປັນປຶກແຜ່ນ, ຈິດໃຈບຸກບືນ, ການເຊີດຊູຄວາມເປັນເຈົ້າຂອງ ທົ່ວປວງຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກນັ້ນ. ປະເທດຂອງພວກເຮົາຍັງສືບຕໍ່ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານເສດຖະກິດມະຫາພາກຂະຫຍາຍໃນລະດັບ 7,5%; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ ຮັບການປົວແປງ ແລະ ພັດທະນາຫລາຍຂຶ້ນ, ປັດຈຸບັນ ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງຕາມຄາດໝາຍ, ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະ ນາມີຜົນສຳເລັດໃນຫລາຍດ້ານ, ການຈັດຕັ້ງປະຕິບັດວຽກງານ ໃນລະບົບການເມືອງໄດ້ດຳເນີນໄປຢ່າງຕັ້ງໜ້າ ເຊິ່ງໄດ້ຍູ້ແຮງການສ້າງບັນຍາກາດທີ່ດີ ແລະ ຂະບວນການດ້ານຕ່າງໆໃຫ້ແກ່ກ ານສະເຫລີມສະຫລອງ 2 ວັນ ປະຫວັດສາດກໍຄືການກະກຽມກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກກະຊວງ-ອົງການຂອງບັນດາແຂວງ-ນະຄອນຫລວງ ແລະ ການກະກຽມກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ ມີຄວາມ ໝາຍເລິກເຊິ່ງ ແລະ ບັນຍາກາດ ຟົດຟື້ນ. ພ້ອມນີ້, ກອງປະຊຸມໄດ້ສຸມໃສ່ຊີ້ນຳວຽກງານຈຳນວນໜຶ່ງຄືເພີ່ມທະວີຄວາມເປັນເຈົ້າ ການໃນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດໃຫ້ເຂົ້າສູ່ລວງເລິກກວ່າເກົ່າ, ຕັ້ງໜ້າຜັນ ຂະຫຍາຍບັນດາສັນຍາກໍຄືໂຄງການຮ່ວມມືຕ່າງໆທີ່ໄດ້ຕົກລົງກັນໃຫ້ເປັນຈິງ; ເພີ່ມທະວີເປັນ ເຈົ້າການກວ່າເກົ່າໃນການສືບຕໍ່ກະກຽມຄວາມພ້ອມເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະ ຄົ້ນຄວ້າກະກຽມການເຂົ້າຮ່ວມຈັດຕັ້ງປະຕິບັດການຮ່ວມມືຍຸດທະສາດເສັ້ນທາງສາຍໄໝ, ກະ ກຽມກອງປະຊຸມສຸດຍອດອາຊຽນ ໃນປີ 2016 ແລະ ກອງປະຊຸມປິ່ນອ້ອມຕ່າງໆໃຫ້ມີຜົນສຳເລັດ; ເອົາໃຈໃສ່ຕິດຕາມສະພາບການຜັນແປຂອງເສດຖະກິດໂລກ ແລະ ພາກພື້ນ. ພ້ອມກັນນັ້ນ ກໍກະກຽມຄວາມພ້ອມເພື່ອ ຮັບມືກັບສິ່ງທ້າທາຍທີ່ຈະມີຜົນກະທົບຕໍ່ເສດຖະກິດປະເທດເຮົາ; ປັບປຸງແຜນງານຜະລິດທັນຍາຫານ, ເອົາໃຈໃສ່ຕໍ່ການລົງທຶນສ້າງສູນສົ່ງເສີມກະສິກຳ ໂດຍອີງໃສ່ບົດຮຽນ ແລະ ບັນດາໜໍ່ແໜງປັດໄຈໃໝ່ທີ່ເກີດຂຶ້ນ, ຊຸກຍູ້ ສົ່ງເສີມໃຫ້ບັນດາເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດອື່ນໆ ເຂົ້າຮ່ວມໃນການລົງ ທຶນພັດທະນາເຂດຊົນນະບົດຫ່າງໄກສອກຫລີກດ້ວຍຮູບການອັນເໝາະສົມ; ຄົ້ນຄວ້ານະໂຍບາຍສິນເຊື່ອເພື່ອສົ່ງເສີມ ການຜະລິດສິນຄ້າໃຫ້ເໝາະສົມ; ເພີ່ມຄວາມເຂັ້ມງວດ ແລະ ຄວາມເດັດຂາດໃນການສະກັດ ກັ້ນການຮົ່ວໄຫລດ້ານລາຍຮັບ- ລາຍຈ່າຍງົບປະມານ; ຈຳກັດການສ້າງໜີ້ສິນເກີນຂີດຄວາມ ສາມາດແບກຫາບຂອງງົບປະມານລັດຕິດພັນກັບການຊຳລະສະສາງໜີ້ເກົ່າໃຫ້ຕົກໄປເປັນກ້າວໆ. ພ້ອມກັນນັ້ນ ກໍສຸມໃສ່ການປະຕິບັດນະໂຍບາຍປະຢັດ ແລະ ສະສົມແຫ່ງຊາດໃຫ້ເຂົ້າສູ່ຕົວຈິງ ແລະ ເກີດເປັນຮູບປະທຳ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງເພື່ອບັນລຸ 4 ເນື້ອໃນ 4 ຄາດໝາຍ, ປັບປຸງລະບົບການ ເມືອງຢູ່ຮາກຖານໃຫ້ໜັກແໜ້ນ, ເປັນຫລັກແຫລ່ງນຳພາເຕົ້າໂຮມກຳລັງແຮງສັງລວມຂອງປະຊາ ຊົນໃນການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງໃຫ້ເປັນຂະບວນກວ້າງຂວາງກວ່າເກົ່າ, ສູ້ ຊົນເພື່ອບັນລຸເປົ້າໝາຍສະຫັດສະ ວັດດ້ານການພັດທະນາໃຫ້ມີຜົນ ສຳເລັດ, ສຸມໃສ່ເຮັດຢ່າງຕັ້ງໜ້າ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນ ໂດຍສະເພາະເຂດພູດອຍ ຊົນເຜົ່າ, ພື້ນຖານຂອງການປະຕິບັດ, ເພີ່ມທະວີການຊີ້ນຳ-ນຳພາ ຕໍ່ການແກ້ໄຂສະພາບຫຍໍ້ທໍ້ໃນ ສັງຄົມ ດ້ວຍມາດຕະການທີ່ເປັນລະບົບຄົບຊຸດ, ຕໍ່ເນື່ອງ ແລະ ໃຫ້ ມີການຫັນປ່ຽນຢ່າງຈະແຈ້ງ; ສືບຕໍ່ຄົ້ນຄວ້າປັບປຸງລັດຖະທຳມະນູນ, ສ້າງເງື່ອນໄຂດ້ານ ຕ່າງໆ ເພື່ອຮັບປະກັນໃຫ້ແກ່ ການສ້າງຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາປະ ຊາຊົນຂັ້ນທ້ອງຖິ່ນ, ສືບຕໍ່ຄົ້ນ ຄວ້າປັບປຸງວຽກງານຂົງເຂດ ສານ, ອົງການໄອຍະການປະຊາຊົນ ແລະ ອົງການປົກປ້ອງກົດ ໝາຍໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງໃນທຸກດ້ານ, ຮັບປະກັນຄວາມຍຸຕິທຳໃນສັງຄົມ; ເສີມຂະ ຫຍາຍມູນເຊື້ອສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາພາຍໃນ ຊາດຢູ່ອ້ອມຂ້າງພັກຂອງປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ, ເພດໄວຕ່າງໆປະກອບສ່ວນເຂົ້າ ຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການພັດທະນາຊົນນະບົດ, ແກ້ໄຂຄວາມ ທຸກຍາກ, ຍູ້ຂະບວນການຜະລິດ ເປັນສິນຄ້າໃຫ້ກາຍເປັນຂະບວນການຢ່າງກວ້າງຂວາງ ແລະ ແຂງແຮງຕໍ່ເນື່ອງ; ເຊີດຊູບົດ ບາດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ-ພະນັກງານ, ຍົກສູງຄວາມຮັບຜິດຊອບການເມືອງ ແລະ ຄຸນສົມບັດສິນທຳປະຕິບັດ, ແກ້ໄຂປາ ກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງ, ນະ ຄອນຫລວງວຽງຈັນ, ກະຊວງ ແລະ ອົງການ ເພື່ອເປັນພື້ນຖານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະສົບຜົນສຳເລັດ.
       ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານ-ຕຳຫລວດ, ປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ເສີມຂະຫຍາຍ ນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຄວາມດຸໝັ່ນຂະຫຍັນພຽນ, ສຸມສະຕິປັນຍາ ແລະ ຫົວຄິດປະດິດ ສ້າງເຂົ້າໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງຂະບວນການໃຫ້ແຂງແຮງຕໍ່ເນື່ອງ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ດ້ວຍບັນ ຍາກາດແຫ່ງຄວາມປິຕິຊົມຊື່ນ ແລະ ຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງປະເທດຊາດ.

No comments:

Post a Comment