Ad

Ad

6 May 2015

ທາງຫລາຍເສັ້ນຢູ່ນະຄອນຫລວງວຽງຈັນ ກຽມປັບປຸງໃໝ່ໃຫ້ໄດ້ນຳໃຊ້ກ່ອນ ກອງປະຊຸມສຸດຍອດຜູ້ນຳອາຊຽນ 2016



     ໃນລະຫວ່າງການກະກຽມກອງປະຊຸມສຸດຍອດຜູ້ນຳອາຊຽນ ໃນປີ 2016 ທີ່ຈະມາເຖິງນີ້, ລັດຖະບານລາວໄດ້ ອອກແຮງຂົນຂວາຍທຶນຮອນຈາກ ປະເທດ ເພື່ອນມິດເຂົ້າມາສ້າງສາພັດທະ ນາປະເທດຊາດ, ໂດຍສະເພາະແມ່ນພື້ນ ຖານໂຄງ ລ່າງເສັ້ນທາງຄົມມະນາຄົມຢູ່ໃນນະຄອນຫລວງວຽງຈັນ ແລະ ນອກຊານເມືອງ ຈຳນວນໜຶ່ງ, ເຊິ່ງໃນນີ້ຈະໄດ້ມີ ການນຳໃຊ້ເງິນກູ້ດອກເບ້ຍຕ່ຳ ຈາກລັດຖະບານຈີນ ຈຳນວນ 2 ໂຄງການ, ໂດຍໄດ້ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ເປັນ ເຈົ້າຂອງໂຄງການເພື່ອຈັດຕັ້ງປະຕິບັດ ແລະ ບໍລິສັດ ໄຊນາ ເຣວເວ ເລກ 2 ຫລື ບໍລິສັດເສັ້ນທາງລົດໄຟ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າ 71 ລ້ານກວ່າໂດລາສະຫະລັດ.
     ສຳລັບໂຄງການກໍ່ສ້າງເສັ້ນທາງທີ 1 ແມ່ນຟື້ນຟູເສັ້ນທາງເບຕົ້ງເສີມເຫລັກ ຈາກ 3 ແຍກ ວັດດອນແດງ-ບ້ານໜອງ ທາເໜືອ-ປ່າຍາງ ເມືອງຈັນທະບູລີ ໄປຫາ ບ້ານໂພນຄຳ ເມືອງສີໂຄດຕະບອງ, ມີຄວາມຍາວເກືອບ 5 ກິໂລແມັດ, ເຊິ່ງເປັນເສັ້ນທາງຮ່ອມເຊື່ອມຕໍ່ 2 ຕົວເມືອງ, ໂດຍຈະກຳນົດອອກ ແບບໜ້າທາງກວ້າງ 12 ແມັດ, ມີທາງຄົນຍ່າງ 2 ເບື້ອງ, ເບື້ອງລະ 1,50 ແມັດ, ມີຮ່ອງລະບາຍນ້ຳ ແລະ ໄຟເຍືອງທາງຄົບຊຸດ, ພ້ອມນີ້ ເສັ້ນທາງດັ່ງກ່າວຍັງມີຂົວເບຕົງ 1 ແຫ່ງ, ຍາວ 25 ແມັດ, ກວ້າງ 15 ແມັດ ລວມມູນຄ່າ 13 ລ້ານ ກວ່າໂດລາສະຫະລັດ. ສຳລັບໂຄງການທີ 2 ຈະໄດ້ຍົກ
ລະດັບເສັ້ນທາງຈາກ ບ້ານທ່າສະຫວ່າງ (ເສັ້ນທາງເລກ 10), ເມືອງໄຊທານີ ໄປຫາບ້ານແສນດິນ-ບ້ານໂພນມ່ວງ ເສັ້ນ ທາງເລກທີ 13 ເໜືອ), ເມືອງນາຊາຍທອງ, ມີຄວາມຍາວເກືອບ 24 ກິໂລແມັດ, ເຊິ່ງເປັນ ເສັ້ນທາງເວັ້ນຕົວເມືອງ ແລະ ເປັນການຮອງຮັບການ ຂະຫຍາຍຕົວຂອງນະຄອນຫລວງວຽງຈັນ ໃນ ອະນາຄົດ, ໂດຍໄດ້ມີການກຳນົດອອກແບບເຂດ ຊຸມຊົນ ມີໜ້າກວ້າງ 15 ແມັດ, ປູເບຕົ້ງເສີມເຫລັກໜາ 23 ຊັງຕີແມັດ, ປະກອບມີຮ່ອງລະບາຍນ້ຳ, ທາງຄົນຍ່າງ 2 ຝາກ, ມີໄຟເຍືອງທາງ. ສ່ວນເຂດທີ່ບໍ່ມີຊຸມຊົນກຳນົດຈະມີໜ້າກວ້າງປະມານ 12 ແມັດ, ບໍ່ມີຮ່ອງລະບາຍນ້ຳ ແລະ ໄຟ ເຍືອງທາງ. ໃນເສັ້ນທາງດັ່ງກ່າວ ຈະມີຂົວເບຕົງ 1 ແຫ່ງ, ຍາວ 77 ແມັດ, ກວ້າງ 15 ແມັດ ຕົກເປັນມູນ ຄ່າ ການກໍ່ສ້າງ ທັງໝົດ 57 ລ້ານກວ່າໂດລາສະຫະລັດ, ທັງສອງໂຄງການດັ່ງກ່າວໄດ້ຖືກລົງນາມໃນສັນ ຍາລະຫວ່າງເຈົ້າຂອງໂຄງການ ແລະ ບໍລິສັດ ຜູ້ຮັບເໝົາ ໃນຄັ້ງວັນທີ 29 ເມສາຜ່ານມາ, ຢູ່ນະຄອນຫລວງວຽງຈັນ.
     ໃນຂະນະດຽວກັນ ລັດຖະບານລາວ ຍັງໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຈີນເປັນຈຳນວນເງິນຫລາຍ 10 ລ້ານຢວນ (ສະກຸນເງິນຈີນ) ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ສ້ອມແປງເສັ້ທາງ ທີ່ຈຳເປັນໃນນະຄອນຫລວງວຽງຈັນ ເປັນຕົ້ນການປັບປຸງກໍ່ສ້າງເສັ້ນທາງຈາກ 4 ແຍກໄຟແດງດົງໂດກ- 4 ແຍກໄຟແດງຕານມີໄຊ-ໜອງພະຍາ, ຂະຫຍາຍ ເສັ້ນທາງໜອງໜ່ຽງ ເຊື່ອມຕໍ່ເສັ້ນທາງ 450 ປີ, ສ້ອມ ແປງເສັ້ນທາງຫລາຍເສັ້ນທີ່ເຫັນວ່າມີສະພາບຊຸດໂຊມເປ່ເພ, ເຊິ່ງການສ້ອມແປງທັງໝົດນີ້, ໂດຍຄາດ ວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ກ່ອນກອງປະຊຸມສຸດຍອດຜູ້ນຳອາຊຽນ ໃນປີ 2016 ທີ່ຈະມາ ເຖິງນີ້.

No comments:

Post a Comment