Ad

Ad

19 May 2015

ຮູ້ແລ້ວ ສາເຫດການແຂວນຄໍຕາຍຂອງ 2 ຜົວເມຍ



     ເຈົ້າໜ້າທີ່ກອງຕຳຫລວດນິວິທະຍາ ພະແນກສືບສວນ-ສອບສວນຄະດີອາຍາ ໃຫ້ຮູ້ວ່າ: ໃນເວລາ 20-22ໂມງຂອງວັນທີ 13 ພຶດສະພາຜ່ານມາ, ຢູ່ບ້ານຈອມ ເພັດໃຕ້ ໜ່ວຍ 18 ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ໄດ້ເກີດເຫດ 2 ຜົວເມຍແຂວນຄໍຕາຍຄື: ນາງ ວາດສະໜາ, ອາຍຸ 28 ປີ ແລະ ທ້າວ ໄຊວາດ, ອາຍຸ 32 ປີ (ສັນຊາດໄທ) ທັງສອງມີອາຊີບຄ້າຂາຍ, ອາໃສຢູ່ບ້ານດັ່ງ ກ່າວ.
     ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບຂອງ 2 ຜົວເມຍດັ່ງກ່າວ​ເຫັນ​ວ່າ: ສະພາບຊາກສົບແມ່ນບໍ່ມີຮ່ອງຮອຍການຕໍ່ສູ້ຫຍັງໝົດ, ເຊືອກທີ່ໃຊ້ແຂວນຄໍເປັນເຊືອກນິລົງສີຂຽວ ມັດໃສ່ໄມ້ຂາງເຮືອນຊັ້ນລຸ່ມ ທັງ ສອງແມ່ນແຂວນຄໍຮຽງກັນຢູ່, ຊຶ່ງເຫດການດັ່ງກ່າວບໍ່ແມ່ນການຄາດ ຕະກຳຈາກບຸກຄົນອື່ນ, ເພາະວ່າປະຕູເຮືອນໜ້າ ແລະ ຫລັງບ້ານ ໄດ້ປິດລ໋ອກທາງໃນໄວ້ໝົດ, ຈຶ່ງສະຫລຸບໄດ້ວ່າເປັນການຂ້າຕົວຕາຍເອງ.    

No comments:

Post a Comment