Ad

Ad

25 May 2015

ລົດ​ຕູ້​ຕຳ​ທ້າຍລົດ​ບັນທຸກ​ໄມ້ເສຍ​ຊີວິດ 2 ຄົນ



     ເຈົ້າໜ້າທີ່ຈະລາຈອນແຂວງຈຳປາສັກໃຫ້ຮູ້ວ່າ: ​ໃນເວລາປະມານ 19:20 ​ໂມງຂອງວັນທີ 20 ພຶດສະພານີ້, ຢູ່ເຂດບ້ານບຸນໃໝ່ເມືອງປະທຸມພອນແຂວງຈຳປາສັກໄດ້ມີລົດຕູ້ໝາຍເລກທະບຽນ ກຄ 6381 ກຳແພງນະຄອນແລ່ນມາແຕ່​​ເມືອງໂຂງ ມຸ້ງໜ້າ​​​ໄປແຂວງຈຳປາສັກ ດ້ວຍຄວາມໄວສູງ, ​ເມື່ອມາຮອດຈຸດເກີດເຫດໄດ້ໄປຕຳເອົາທ້າຍລົດບັນທຸກໄມ້ທີ່ຈອດປ່ຽນຕີນລົດຢູ່ແຄມທາງ, ສົ່ງຜົນໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດຕູ້ຄັນດັ່ງກ່າວນັ້ນໄດ້ຮັບບາດເຈັບ 2 ຄົນແລະເສຍຊີວິດ 2 ຄົນຄື: ທ້າວ ຕຸ່ນ ອາຍຸ 24 ປີແລະ ທ້າວ ນ້ອຍ ອາຍຸ 23 ປີ ທັງສອງຢູ່ບ້ານພົ້ງເບົ້າເມືອງສົບເບົາແຂວງຫົວພັນ.

No comments:

Post a Comment