Ad

Ad

26 May 2015

ຕະຫຼາດນັດແຮງງານຄັ້ງທີ 4 ຈະເປີດຂຶ້ນໃນວັນທີ 28 ພຶດສະພານີ້ທີ່ຄະນະວິສະວະກຳສາດມະຫາ ວິທະຍາໄລແຫ່ງຊາດ



ຕາມການຊີ້ແຈງໃນພິທີຖະແຫຼງຂ່າວກະກຽມຈັດງານຕະຫຼາດນັດແຮງງານຄັ້ງທີ 4 ຊຶ່ງຈັດຂຶ້ນໃນວັນທີ 25 ພຶດສາພານີ້, ຢູ່ຄະນະວິສາວະກຳສາດ, ມະຫະວິທະຍາໄລ ແຫ່ງຊາດ ໃຫ້ຮູ້ວ່າ: ຕະຫຼາດນັດດັ່ງກ່າວຈະຈັດຂຶ້ນໃນວັນທີ 28 ພຶດສະພານີ້, ຢູ່ຄະນະວິສາວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍ ການສະໜັບສະໜູນຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ສະພາ ການຄ້າ ແລະ ອຸດສາຫະກຳເອີຣົບປະຈຳລາວ, ເປັນການນັດພົບກັນລະຫວ່າງສະຖາ ບັນການສຶກສາກັບຜູ້ຕ້ອງການສະໜັກຮຽນ, ທັງເປັນໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ຊອກຫາຜູ້ຮ່ວມງານ ທີ່ຖືກຕ້ອງ ກັບຄວາມຕ້ອງການຂອງການພັດທະນາທຸລະກິດຕົນ ແລະ ທັງເປັນການເປີດໂອກາດໃຫ້ນັກສຶກສາໄດ້ພົບປະ ກັບບັນດາຫົວ ໜ່ວຍທຸລະກິດ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໃນການພັດທະນາຕົນເອງ ແລະ ອຳນວຍຄວາມສະດວກຊອກ ວຽກເຮັດງານທຳອື່ນໆອີກ, ງານຕະຫຼາດນັດແຮງງານຄັ້ງນີ້ຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມຫຼາຍກວ່າ 30 ບໍລິສັດ ແລະ ມີຫຼາຍກິດຈະກຳຄື: ການສົນທະນາລະຫວ່າງນັກສຶກສາກັບໜົວໜ່ວຍທຸລະກິດ, ວາງສະແດງຜົນງານຈາກນັກສຶກສາ ປີສຸດທ້າຍ, ຮັບຟັງ ຄວາມຄິດເຫັນຂອງນັກສຶກສາເກົ່າທີ່ເຮັດວຽກແລ້ວ ແລະ ອື່ນໆ, ດັ່ງນັກຈຶ່ງ ຮຽກຮ້ອງມາຍັງບັນດາອົງ ການຈັດຕັ້ງ, ຫົວໜ່ວຍທຸລະກິດ, ສະຖາບັນການສຶກສາ, ໂຮງຮຽນມັດທະ ຍົມສຶກສາ, ກໍຄືນັກສຶກສາ ແລະ ຜູ້ທີ່ຊອກຫາວຽກເຮັດງານທຳຈົ່ງໄດ້ເຂົ້າ ຮ່ວມງານດັ່ງດັ່ງກ່າວ, ຊຶ່ງຈະນຳຜົນປະໂຫຍດມາສູ່ຕົນເອງ ແລະ ລວມໝູ່ໄດ້ເປັນຢ່າງດີ.

No comments:

Post a Comment