Ad

Ad

29 May 2015

ຈະປິດການສັນຈອນຜ່ານຂົວທ່າງ່ອນຊົ່ວຄາວໃນຕອນເຊົ້າວັນທີ 4 ມິຖຸນານີ້ເພື່ອທົດສອບຄວາມແຂງແກ່ນຂອງຂົວ



ທະນາຄານແຫ່ງ ສປປ ລາວ, ຈະໄດ້ປິດການສັນຈອນຜ່ານຂົວຂ້າມນ້ຳງື່ມຈຸດເຊື່ອມ ຕໍ່ລະຫວ່າງບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ບ້ານໄຮ່ ເມືອງທຸລະຄົມແຂວງວຽງຈັນຊົ່ວຄາວ ແຕ່ເວລາ 9:00-11:00 ໂມງໃນຕອນເຊົ້າ ວັນທີ 4 ມິຖຸນານີ້, ເພື່ອຈະໄດ້ທົດສອບຄວາມແຂງແກ່ນຂອງຕົວຂົວ ໃນການ ຮອງຮັບນ້ຳໜັກຂອງ ພາຫະນະຂ້າມຜ່ານໄປມາ, ພາຍຫລັງໄດ້ສຳເລັດການສ້ອມ ແປງສົ້ນຂົວເບື້ອງນະຄອນຫລວງວຽງຈັນ. ດັ່ງນັ້ນຈຶ່ງແຈ້ງໃຫ້ຜູ້ທີ່ຈະສັນຈອນຜ່ານຂົວດັ່ງກ່າວຮັບຊາບ ແລະ ໃຫ້ການຮ່ວມມືເພື່ອເຮັດໃຫ້ການທົດສອບຂົວມີ ຄວາມສະດວກດີ.
ພະນັກງານກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ຂົວດັ່ງກ່າວເປັນຂົວເຫລັກ ສ້າງຂຶ້ນແຕ່ປີ 1994, ເປັນຂົວຂ້າມນ້ຳງື່ມແຫ່ງທຳອິດມີຄວາມຍາວເກືອບ 200 ແມັດ, ເບື້ອງຕົ້ນແມ່ນກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຄຸ້ມຄອງເກັບຄ່າທຳນຽມຜ່ານຂົວ, ຕົກມາໄລຍະໜຶ່ງໄດ້ມອບໂອນໃຫ້ພະແນກການເງິນນະຄອນຫລວງຮັບ ຜິດຊອບ ແລະ ກ່ອນຈະມາມອບໃຫ້ທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບຄຸ້ມຄອງການເກັບຄ່າທຳ ນຽມຜ່ານຂົວຈົນມາຮອດປັດຈຸບັນ, ເຊິ່ງຕະຫລອດໄລຍະຜ່ານມາຂົວແຫ່ງນີ້ໄດ້ກາຍເປັນເສັ້ນທາງຄົມມານາຄົມ ເຊື່ອມຕໍ່ສຳຄັນລະຫວ່າງນະຄອນຫລວງວຽງຈັນໄປແຂວງວຽງຈັນ, ອັນໄດ້ເຮັດໃຫ້ການສັນຈອນໄປມາຂອງປະຊາຊົນ, ການຂົນສົ່ງສີນຄ້າຕ່າງໆຜ່ານເສັ້ນທາງດັ່ງກ່າວ ມີຄວາມສະດວກສະບາຍຂຶ້ນ.

No comments:

Post a Comment