Ad

Ad

6 May 2015

ຂົວມິດຕະພາບລາວ-ມຽນມາ ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 9 ພຶດສະພານີ້



    ພິທີເປີດນຳໃຊ້ຂົວມິດຕະພາບລາວ-ມຽນມາແຫ່ງທຳອິດທີ່ມີຄວາມຍາວເກືອບ 700 ແມັດເພື່ອຂ້າມແມ່ນ້ຳຂອງລະ ຫວ່າງບ້ານຫ້ວຍກຸ່ມ, ເມືອງລອງ, ແຂວງ ຫລວງນ້ຳທາຂອງລາວ ແລະ ບ້ານຊຽງລາບ, ເມືອງເກັງຕັງ (Keng Tung) ສສ ມຽນມາ, ຈະມີຂຶ້ນໃນວັນທີ 9 ພຶດສະພານີ້, ພາຍຫລັງທ່ານຮອງນາຍົກລັດຖະ ມົນຕີຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ ສົມສະ ຫວາດ ເລັ່ງສະຫວັດ, ໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມດ້ານຕ່າງໆເພື່ອກະ ກຽມ ໃຫ້ແກ່ພິທີເປີດນຳໃຊ້ຂົວປະຫວັດສາດແຫ່ງນີ້ໃຫ້ໄດ້ມີຜົນສຳເລັດຈົບງາມ.
    ຄະນະຮັບພິຊອບການກໍ່ສ້າງໃຫ້ຮູ້ວ່າ: ຂົວແຫ່ງນີ້ມີຄວາມຍາວ 691,6 ແມັດ, ກວ້າງ 8,5 ແມັດ ແລະ ທາງຍ່າງ ເບື້ອງລະ 1,2 ແມັດ, ໂຄງສ້າງພື້ນເບຕົງເສີມເຫລັກ ແລະ ມີໂຄງສ້າງເຫລັກຢຶດຄວາມແໜ້ນຂອງຕົວຂົວຍາວ 120 ແມັດຈຳນວນ ສາມຈຸດ, ຊຶ່ງໃຊ້ເວລາກໍ່ສ້າງ 30 ເດືອນ, ໃນມູນຄ່າ 26ລ້ານໂດລາສະຫະລັດ, ໂດຍແມ່ນທຶນສົມທົບລະ ຫວ່າງລັດຖະ ບານລາວ ແລະ ມຽນມາ. ນອກຈາກນີ້, ສອງຝ່າຍໄດ້ສ້າງອາຄານດ່ານສາກົນ, ເສັ້ນທາງ ແລະ ສິ່ງອຳນວຍ ຄວາມສະດວກ ອື່ນໆ ເພື່ອຮອງຮັບການບໍລິການຢູ່ໃນຂອບເຂດບໍລິເວນຂົວປະຫວັດສາດດັ່ງກ່າວ.

    ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ແນະນຳພາກສ່ວນກ່ຽວຂ້ອງ ແລະ ຄະນະ ຮັບຜິດຊອບໂຄງການໃຫ້ເອົາໃຈໃສ່ວາງແຜນຄຸ້ມຄອງທາງດ້ານເຕັກນິກ ແລະ ລະບົບບໍລິການໃຫ້ສະດວກດີ, ເພື່ອຮັບ ປະກັນໃຫ້ການຄົມມານາຄົມຂົນສົ່ງສີນຄ້າ ກໍຄືການໄປມາຫາສູ່ຂອງປະຊາຊົນສອງປະເທດມີຄວາມສະດວກສະບາຍ,
ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ກາຍເປັນສັນຍາລັກອັນໃໝ່ຂອງການພົວພັນ ຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນສອງຊາດລາວ ແລະ ມຽນມາທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ.

No comments:

Post a Comment