Ad

Ad

15 May 2015

ເກີດ​ເຫດສອງຜົວ​ເມຍ​ແຂວນ​ຄໍຕາຍຢູ່​ບ້ານ​ຈອມ​ເພັດ​ໃຕ້



ພາບຈາກ : ຫນ່ວຍກູ້ໄພກາແດງລາວ
     ທ່ານ ອຳໄອ່ ຫລວງປາກດີ ຮອງຫົວໜ້າພະແນກສືບສວນ-ສອບສວນ ກອງບັນຊາການ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນເວລາປະມານ 22:30 ​ໂມງຂອງວັນທີ 13 ພຶດສະພານີ້ຢູ່ບ້ານຈອມເພັດໃຕ້ ໜ່ວຍ 18 ​ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້​​ມີສອງຜົວເມຍແຂວນຄໍຕາຍຄາເຮືອນ, ພາຍ ຫລັງເຈົ້າໜ້າທີ່ໄດ້ລົງກວດສອບຈຶ່ງຮູ້ວ່າ: ຜູ້ຕາຍທັງ 2 ຄົນແມ່ນ ທ້າວໄຊວາດ ນິຍົມຈັນ (ຈອດ) ອາຍຸ 32 ປີ ສັນຊາດໄທແລະ ນາງ ວາດສະໜາ (ນີ) ອາຍຸ 28 ປີ ອາຊີບຄ້າຂາຍ ຢູ່ບ້ານຈອມເພັດ​​​ໃຕ້ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຊຶ່ງທັງສອງບໍ່ມີລູກ​​ນຳກັນແລະ ເປີດຮ້ານຂາຍອາຫານໄດ້ປະມານ 3 ​ເດືອນ.
     ກ່ອນເກີດເຫດ ຕາມການບອກເລົ່າຂອງທ້າວ ວິໄລຈິດ ຜູ້ເປັນອ້າຍຂອງ ນາງ ວາດສະໜາ ທີ່ຢູ່ເຮືອນຕິດກັນ ​​ໃຫ້ຮູ້ວ່າ: ຫລັງຈາກຕົນໄດ້ເລີກວຽກກັບມາຮອດ​​ເຮືອນປະມານ 22:00 ​ໂມງ, ​ໄດ້ສັງເກດເຫັນຮ້ານ​​ຂອງນ້ອງສາວປິດ​​ໄວຜິດປົກກະຕິ​, ​ແຕ່ຄິດວ່ານ້ອງສາວຕົນມີວຽກໄປຈຶ່ງປິດຮ້ານໄວກວ່າທຸກມື້, ຫລັງຈາກນັ້ນຜູ້ເປັນເອື້ອຍທີ່ຢູ່ເຮືອນອີກຫລັງໜຶ່ງໄດ້​​ໂທຫາ​​ໃຫ້ໄປຮັບເອົາຫລານກັບບ້ານ, ​ເຊິ່ງ
ເປັນລູກທີ່ຕິດມານຳ ນາງ ວາດສະໜາ, ພໍມາຮອດໜ້າເຮືອນຂອງຜູ້ຕາຍ ​​ໄດ້ພົບເຫັນປະຕູໜ້າບ້ານ​​ປິດຢູ່, ຕົນແລະ ຫລານຈຶ່ງໄດ້ຍ່າງອ້ອມໄປທາງດ້ານຫລັງຂອງເຮືອນ ພໍເປີດປະຕູເຂົ້າໄປ ຈຶ່ງພົບ​​ເຫັນສອງຜົວເມຍໄດ້ແຂວນຄໍຢູ່ກາງຄື່ເຮືອນ, ຫລັງຈາກນັ້ນ ຕົນຕັ້ງສະຕິໄດ້ຈຶ່ງໄດ້ແລ່ນໄປບອກກັບເພື່ອນບ້ານໃກ້ຄຽງແລະແຈ້ງຕໍ່ອຳນາດການປົກຄອງບ້ານ ມາຊ່ວຍກັນນຳເອົາສົບທັງສອງຄົນລົງຈາກຄື່. ສ່ວນສາເຫດຂອງການ​​ແຂວນຄໍຕາຍນີ້ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຕໍ່ໄປ​.

No comments:

Post a Comment