Ad

Ad

26 May 2015

ຍົກລະດັບທັກສະການວິເຄາະຂ່າວໃຫ້ສື່ມວນຊົນລາວ



    ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະ ແຫລງຂ່າວ, ວັດທະນທຳ ແລະ ທ່ອງທ່ຽວລາວ ແລະ ທ່ານ ເຈືອງ ມິງ ຕວນ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ການສື່ສານຫວຽດນາມ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ເປີດຊຸດເຝິກອົບຮົມກ່ຽວກັບທັກສະການ ວິເຄາະຂ່າວໃຫ້ສື່ມວນຊົນລາວໃນ ລະຫວ່າງວັນທີ 25 - 29 ພຶດສະພາ 2015 ຢູ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວທີ່ນະຄອນຫລວງວຽງຈັນ, ໂດຍມີບັນດາຫົວໜ້າອົງການສື່ມວນຊົນ, ພ້ອມນັກຂ່າວອ້ອມຂ້າງສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມເປັນຈຳນວນ ຫລາຍ.

    ຄະນະຮັບຜິດຊອບຈັດຊຸດອົບຮົມໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກກົມສື່ມວນຊົນກະ ຊວງຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ ເພື່ອຊ່ວຍສ້າງພະນັກງານຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວເວົ້າລວມ, ເວົ້າສະເພາະແມ່ນຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສື່ມວນຊົນລາວມີຄວາມເຂົ້າ ໃຈກ່ຽວກັບການເກັບກຳຂໍ້ມູນ ແລະ ການວິເຄາະຂ່າວໃນສະພາບຄວາມເປັນຈິງຢ່າງເລິກເຊິ່ງ ແລສອດ ຄ່ອງຕາມນະໂຍ ບາຍຂອງພັກ ແລະ ລັດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ນັບມື້ຂະຫຍາຍຕົວ ແລະ ສາມາດເຊື່ອມໂຍງເຂົ້າກັບ ສາກົນ, ໂດຍແມ່ນຊຽວຊານດ້ານຂ່າວຈາກຫວຽດນາມມາເປັນຜູ້ບັນ ຍາຍ ແລະ ຖ່າຍທອດ ຄວາມຮູ້ດັ່ງກ່າວ ແລະ ນັບແຕ່ປີ 2012 ເປັນຕົ້ນມາການຮ່ວມມືລະຫວ່າງສອງກະຊວງໃນການຝຶກຊຸດອົບຮົມດ້ານ ວຽກງານວິຊາສະເພາະໃຫ້ແກ່ສື່ມວນຊົນລາວແມ່ນຄັ້ງທີ 9 ແລ້ວ ແລະ ມີນັກຂ່າວຫລາຍຮ້ອຍຄົນໄດ້ເຂົ້າຮ່ວມ.
    ໃນພິທີທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວລາວ ແລະ ຫວຽດນາມ, ກໍໄດ້ຜັດປ່ຽນກັນມີຄຳເຫັນຕໍ່ຊຸດອົບຮົມດັ່ງກ່າວ, ເຊິ່ງໄດ້ເປັນເອກະພາບກັນເນັ້ນໃຫ້ຜູ້ເຂົ້າຮ່ວມສຳມານາເທື່ອນີ້ຈົ່ງສຸມຈິດສຸມໃຈ ແລະ ສະຕິປັນຍາເພື່ອຮັບເອົາຄວາມຮູ້ທີ່ອາຈານໄດ້ນຳມາສິດສອນ ແລະ ແລກປ່ຽນຄັ້ງນີ້ໃຫ້ດີ, ເພື່ອນຳເອົາຄວາມຮູ້ອັນສຳຄັນດັ່ງກ່າວໄປ
ໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນສູງກວ່າເກົ່າ.
    ໃນໂອກາດນີ້, ລັດຖະມົນຕີຊ່ວຍ ເຈືອງ ມິງ ຕວນ ກໍໄດ້ມອບຄອມພີວເຕີຕັ້ງໂຕະຈຳນວນ 40 ຊຸດ ໃຫ້ແກ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃນນັ້ນ 20 ຊຸດໄດ້ມອບໃຫ້ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ,10 ຊຸດໄດ້ມອບໃຫ້ກົມເສນາຂອງກະຊວງ ແລະ ມອບໃຫ້ສຳນັກຂ່າວສານປະເທດລາວ ແລະ ໜັງສືພິມປະຊາຊົນບ່ອນລະ 5 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີຄວາມສະດວກດີຂຶ້ນ.

No comments:

Post a Comment