Ad

Ad

4 May 2015

ລາວ-ລັດ​ເຊຍ ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດຖະກິດ


ເພື່ອເປັນການເສີມຂະຫຍາຍຮັດແໜ້ນການພົວພັນຮ່ວມມື ແລະ ທັງເປັນການສືບ ຕໍ່ປະຕິບັດສັນຍາຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສະຫະພັນລັດ ເຊຍໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ,ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມາທິການຮ່ວມ ມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກລາວ-ລັດເຊຍພ້ອມຄະນະເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ-​ການຄ້າ ແລະ ວິທະຍາສາດ​-ເຕັກນິກຄັ້ງທີ11 ລະຫວ່າງລັດຖະບານລາວ ແລະ ລັດຖະບານ ສະຫະພັນລັດເຊຍ, ທີ່ນະຄອນຫລວງມົດສະກູໃນລະຫວ່າງວັນທີ 27-28 ເມສາ 2015, ເຊິ່ງຝ່າຍລັດເຊຍຕາງໜ້າໂດຍ ທ່ານນິໂກລາຍນິກີຟາຣົບ(Mr. Nikolay NIKIFOROV)ລັດຖະມົນຕີວ່າການກະຊວງໂທລະຄົມມະນາຄົມ ແລະ ການສື່ສານ, ປະທານຄະນະກຳມາທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິລັດ ເຊຍ-ລາວ.
ກອງປະຊຸມຄະນະກຳມາທິການຮ່ວມມືຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫລາຍເພາະເປັນໂອກາດໃຫ້ສອງຝ່າຍໄດ້ທົບທວນຄືນແຜນການຮ່ວມມືທີ່ທັງສອງຝ່າຍໄດ້ຕົກລົງກັນຜ່ານມາ, ພ້ອມດຽວກັນນີ້ກໍເພື່ອປຶກສາຫາ ລືທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ, ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍໃນໄລ
ຍະຜ່ານມາ, ໂດຍສະເພາະໃນຂອບການຮ່ວມມືກັບຂະແໜງການຕ່າງໆທີ່ເປັນສ່ວນປະ ກອບທີ່ສຳຄັນໃນການເສີມ ສ້າງສາຍພົວພັນ,  ມິດຕະພາບແລະການຮ່ວມມືໃນໄລຍະໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນງອກງາມຍີ່ງໆຂຶ້ນ.
ນອກຈາກນັ້ນ, ກໍຍັງມີກອງປະຊຸມພາກທຸລະກິດລາວ-ລັດເຊຍ, ໄດ້ມີການພົບປະໂອ້ລົມກັນເພື່ອຖອດຖອນບົດ ຮຽນໃນການເຮັດທຸລະກິດຂອງຕົນຊຶ່ງເປັນຄັ້ງທຳອິດເພື່ອເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ມີໂອກາດປຶກສາຫາລື ແລະ ຮ່ວມກັນຊອກຊ່ອງທາງສົ່ງເສີມການຮ່ວມມືດ້ານທຸລະກິດຕ່າງໆທີ່ມີທ່າແຮງໃນຕໍ່ໜ້າ.
ກອງປະຊຸມໄດ້ ດຳເນີນໄປພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ສະໜິດແໜ້ນເປັນຢ່າງດີ. ທັງສອງຝ່າຍໄດ້ສຸມເຫື່ອ ແຮງ ແລະ ສະຕິປັນຍາເຂົ້າໃນການແລກປ່ຽນຄວາມຄິດເຫັນ, ໂດຍແນໃສ່ເຮັດໃຫ້ການພົວພັນຮ່ວມມືທີ່ມີມູນເຊື້ອອັນ ດີງານມາຕັ້ງແຕ່ດົນນານນັ້ນໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນສູງສຸມໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈສາຍພົວພັນການຮ່ວມມືຂອງສອງປະເທດລາວ ແລະ ລັດເຊຍໃຫ້ມີຜົນສຳເລັດອັນໃຫຍ່ຫລວງ. ທັງນີ້ກໍເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ເຮັດໃຫ້ການຮ່ວມມືຂອງສອງປະເທດກ້າວໄປສູ່ໄລຍະໃໝ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຊ່ວຍ ເຫລືອເຊິ່ງກັນແລະກັນ, ເພີ່ມທະວີຄວາມເປັນພັນທະມິດຢ່າງຍາວນານ.
ພາຍຫລັງສໍາເລັດກອງປະຊຸມທັງສອງຝ່າຍກໍໄດ້ຮ່ວມກັນຖະແຫລງຂ່າວຕໍ່ສື່ມວນຊົນເພື່ອເປັນການປະກາດໃຫ້ທຸກພາກສ່ວນຮັບຮູ້ຢ່າງກວ້າງຂວາງ.

No comments:

Post a Comment