ໂຮງຮຽນວິຊາຊີບບາງແຫ່ງຍັງຂາດອຸປະກອນການຮຽນທີ່ດີ
ປັດຈຸບັນມີໂຮງຮຽນວິຊາຊີບເກີດຂຶ້ນຫລາຍນັບທັງຢູ່ສູນກາງ ແລະ
ທ້ອງຖິ່ນ ເພື່ອ ພັດທະນາຊັບພະຍາກອນມະນຸດ ແລະ
ສ້າງສືມີແຮງງານຂອງລາວໃຫ້ມີຄຸນນະພາບ ແລະ ປະລິມານ
ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາຫົວໜ່ວຍ ທຸລະ ກິດທັງພາຍໃນ ແລະ
ຕ່າງປະເທດໄດ້ພຽງພໍ, ເຊິ່ງໃນໄລຍະຜ່ານມາ, ເຖິງວ່າມີການ ພັດທະນາຊັບພະຍາກອນມະນຸດ ແລະ
ສ້າງແຮງງານອອກຮັບໃຊ້ສັງຄົມໄດ້ຫລາຍ ກໍຕາມ, ແຕ່ເຫັນວ່າແຮງງານຈຳນວນບໍ່ໜ້ອຍທີ່ຮຽນຈົບຈາກໂຮງຮຽນວິຊາ ຊີບ ຍັງມີຄຸນນະພາບຕ່ຳ ແລະ
ເຮັດບໍ່ໄດ້ຕາມຂະແໜງທີ່ຕົນຮຽນມາເຊັ່ນ: ຂະແໜງກົນຈັກ, ເອເລັກໂຕຣນິກ, ໄອທີ ແລະ
ອື່ນໆ, ເນື່ອງຈາກວ່າໂຮງຮຽນວິຊາຊີບຫລາຍແຫ່ງຍັງຂາດເຂີນດ້ານອຸປະກອນ ແລະ
ເຄື່ອງໄມ້ເຄື່ອງມືທີ່ທັນສະໃໝປະກອບ ເຂົ້າໃນ ການຮຽນຕົວຈິງຕົວຢ່າງຄື: ວິຊາສ້ອມແປງລົດຢູ່ໂຮງຮຽນວິຊາຊີບບາງແຫ່ງຍັງເອົາບົດຮຽນ, ທິດສະດີ ຫລື
ກົນໄກຂອງຈັກ ລົດຮຸ່ນເກົ່າມາສິດສອນນັກຮຽນ, ບາງແຫ່ງຍັງເອົາຄອມພີວເຕີແບບເກົ່າມາສອນຕ່າງໆ, ຈຶ່ງເຮັດໃຫ້ຜູ້ທີ່ຮຽນຈົບສ່ວນ ຫລາຍບໍ່ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງຫົວໜ່ວຍທຸລະກິດແຕ່ລະຂະແໜງ, ມັນຈຶ່ງກາຍເປັນພາລະ ຂອງຜູ້ປະກອບການໃນການສານຕໍ່ຍົກລະດັບຄວາມຮູ້ເພີ່ມຕື່ມໃຫ້ແກ່ກຳ
ມະກອນ
ແລະ ພະນັກງານຂອງຕົນ, ຄືດັ່ງທ່ານຫົວໜ້າຜູ້ຈັດການຝ່າຍຊັບພະຍາກອນມະນຸດຂອງບໍລິສັດລາວໂຕໂຍຕາບໍລິການຈຳກັດໄດ້ໃຫ້ທັດສະນະຕໍ່ນັກຂ່າວພວກເຮົາວ່າ: ພາຍຫລັງໄດ້ຄັດເລືອກເອົາພະນັກງານ-ກຳມະກອນເຂົ້າເຮັດວຽກນຳພວກເຮົາແລ້ວ, ໂດຍສະເພາະຝ່າຍສ້ອມແປງແມ່ນຕ້ອງໄ ດ້ຮັບການຝຶກອົບຮົມຍົກລະດັບດ້ານວິຊາສະເພາະຢູ່ສູນບໍລິການພວກເຮົາຕື່ມອີກປະມານ 2 ປີ ເນື່ອງຈາກຜູ້ທີ່ຮຽນຈົບສ່ວນ ຫລາຍຈະຮູ້ແຕ່ດ້ານທິດສະດີຫລາຍກວ່າຕົວຈິງ, ເພາະວ່າລົດຍົນໃນປັດຈຸບັນແມ່ນມີກົນໄກລະບົບເຄື່ອງຈັກສະຫລັບຊັບ ຊ້ອນ ແລະ
ມີຄວາມທັນສະໄໝກວ່າ.
ແນວໃດກໍຕາມ, ສຳລັບການແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ດີກໍຍັງແມ່ນການລົງ ທຶນໃສ່ການປັບປຸງໃນດ້ານທິດສະດີໃຫ້ກົມກຽວກັບພາກປະຕິບັດຕົວຈິງຢູ່ບັນດາໂຮງຮຽນ ຫລື ສູນວິຊາຊີບຕ່າງໆ ແລະ ໃຫ້ສົມຄູ່ກັບການປ່ຽນແປງຕົວຈິງຂອງສັງຄົມ, ນອກຈາກນີ້, ກໍຕ້ອງໄດ້ມີການເພີ່ມທະວີຮ່ວມມືລະຫວ່າງບັນດາບໍລິສັດ, ຜູ້ປະກອບການຜະລິດບໍລິການ ແລະ ໂຮງຮຽນ ຫລື ສູນພັດທະນາວິຊາຊີບຕ່າງໆໄດ້ປະກອບສ່ວນສະໜອງອຸປະກອນເຄື່ອງມືກົນຈັກອັນທັນສະໄໝເຂົ້າໃນການຮຽນ-ການສອນຕົວຈິງໃຫ້ຫລາຍ, ເພື່ອຮັບປະກັນໃຫ້ການສ້າງຊັບພະຍາກອນມະນຸດ ແລະ ແຮງງານທີ່ສີມືດີອອກຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິພາບ ແລະ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໃນໄລຍະໃໝ່.
No comments:
Post a Comment