Ad

Ad

26 May 2015

ຕຳຫລວດເລັ່ງນຳ​ຈັບ​ມື​ປືນຍິງ​ຄົນ​​ເສຍ​ຊີວິດ ຢູ່​ບ້ານ​ສີ​ໄຄ



     ​​ໃນເວລາປະມານ 14:30 ​ໂມງຂອງວັນທີ 24 ພຶດສະພາຜ່ານມານີ້, ​ໄດ້ມີເຫດ ການຍິງກັນຕາຍ ທີ່ບ້ານສີ​​ໃຄເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນເຊິ່ງເປັນຊາຍໄວກາງຄົນ ຖືກຍິງ 2 ຈຸດ​ເສຍຊີວິດຄາທີ່.
     ເຈົ້າໜ້າທີ່ກອງພິສູດຫລັກຖານນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ພາຍຫລັງໄດ້ຮັບແຈ້ງເຫດກໍນຳກຳລັງລົງຈຸດ ເກັບກຳຂໍ້ມູນ​, ຫລັກຖານ, ​ຊຶ່ງຜູ້ເສຍຊີວິດຄື ທ້າວ ສົມຈັນ ຈັນທະວິດ ຫລື ຕຸ້ຍ ອາຍຸ 41 ປີ ອາຊີບຄ້າຂາຍ ຢູ່ບ້ານວັດໃຕນ້ອຍທ່າ ໜ່ວຍ 10 ​ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ກ່ອນເກີດເຫດຜູ້ກ່ຽວກັບໝູ່ອີກ 2 ຄົນໄດ້ນັ່ງຊຸມແຊວຢູ່ໂຕະຫີນໜ້າ​​ເຮືອນຂອງໝູ່, ​​​​ແຕ່ບໍ່ພໍເທົ່າໃດນາທີຕໍ່ມາກໍໄດ້ມີລົດຈັກຄັນໜຶ່ງຂັບຂີ່ເຂົ້າມາຈອດຢູ່ຕໍ່ໜ້າ​​ເຮືອນດັ່ງກ່າວແລ້ວຍ່າງເຂົ້າໄປຍິງ​​ທ້າວ ຕຸ້ຍ ທີ່ກຳລັງຊຸມແຊວກັບໝູ່ຢູ່ນັ້ນ 2 ນັດ,
ນັດທີ 1 ຍິງເຂົ້າໄປທີ່ລຸ່ມແກ້ມເບື້ອງຂວາ  ແລະ ອີກນັດ 1 ​ແມ່ນຍິງເຂົ້າກາງຫລັງເບື້ອງຂວາເຮັດໃຫ້ເສຍຊີວິດຄາທີ່. ຈາກນັ້ນຜູ້ກໍ່ເຫດກໍໄດ້ຂຶ້ນລົດຈັກຫລົບໜີໄປ, ​ຊຶ່ງປັດຈຸບັນກຳລັງເຈົ້າໜ້າທີ່ພວມເລັ່ງນຳຈັບຕົວມາລົງໂທດ​​ໃຫ້ໄດ້ໂດຍໄວ. ສ່ວນສາເຫດຂອງການຄາດຕະກຳຄັ້ງນີ້ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນແລະໄດ້ມຸ້ງປະເດັນໄປທີ່ການຄັດແຍ່ງຜົນປະໂຫຍດທາງທຸລະກິດ.

No comments:

Post a Comment