Ad

Ad

21 May 2015

ໃບອາກອນແບບມີລາງວັນຄືກົນໄກຊຸກຍູ້ການຂຸດຄົ້ນລາຍຮັບແຫ່ງຊາດ



    ພາຍຫລັງພະແນກສວຍສາອາກອນນະຄອນຫລວງວຽງຈັນ, ເລີ່ມຈັດຕັ້ງປະຕິ ບັດໂຄງການທົດລອງນຳໃຊ້ໃບອາ ກອນແບບມີລາງວັນນັບແຕ່ເດືອນມັງກອນ 2015 ເປັນຕົ້ນມາ, ເຫັນວ່າການຈັດເກັບອາກອນມີຄວາມສະດວກ ແລະ ທັນ ສະໄໝກວ່າເກົ່າ, ສິ່ງສຳຄັນແມ່ນສາມາດຈັດເກັບລາຍຮັບອາກອນຈາກຜູ້ປະ ກອບການບໍລິການ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແບບ ມອບເໝົາໄດ້ຫລາຍຂຶ້ນ.
     ທ່ານ ຄຳມອນ ບົວພັນ ຫົວໜ້າພະແນກສວຍສາອາກອນນະຄອນຫລວງວຽງຈັນໄດ້ໃຫ້ ສຳພາດນັກຂ່າວພວກເຮົາໃນວັນ ທີ 20 ພຶດສະພານີ້ວ່າ: ຫລັງຈາກລັດຖະບານ, ກໍຄືກະຊວງການເງິນ, ໄດ້ວາງຕົວເລກຄາດໝາຍການເກັບລາຍຮັບ ເຂົ້າງົບ ປະມານໃນສົກປີ 2014-2015 ໃຫ້ພະແນກສວຍສາອາກອນນະຄອນຫລວງຈຳນວນ 960,4 ຕື້ກີບ, ເຊິ່ງເຫັນວ່າເປັນຕົວ ເລກທີ່ສູງ ແລະ ທ້າທາຍຕໍ່ການຈັດຕັ້ງປະຕິບັດ, ແຕ່ເພື່ອສູ້ຊົນໃຫ້ບັນລຸຄາດໝາຍດັ່ງກ່າວຂະແໜງການພວກເຮົາຈຶ່ງໄດ້ມີ
ການຄົ້ນຄວ້າຊ່ອງທາງ ແລະ ກົນໄກເພື່ອເປັນເຄື່ອງມືໃນການກະຕຸກຊຸກຍູ້ການຂຸດຄົ້ນແຫລ່ງລາຍຮັບໃຫ້ໄດ້ຫລາຍກວ່າເກົ່າ ແລະ ໄດ້ຕັດສິນໃຈສ້າງໂຄງການທົດລອງນຳໃຊ້ໃບອາກອນແບບມີລາງວັນຢູ່ໃນ 9 ຕົວເມືອງຂອງນະຄອນຫລວງ, ນັບ ແຕ່ທ້າຍເດືອນມັງກອນ 2015 ມາຮອດປັດຈຸບັນນີ້, ໄດ້ແຈກຢາຍໃບອາກອນໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບ ການໄປແລ້ວ 11 ພັນກວ່າຫົວໜ່ວຍ, ໄດ້ອອກລາງວັນທັງໝົດ 34 ງວດ ແລະ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີແລ້ວ 31 ງວດລວມມີມູນຄ່າ 792 ລ້ານກວ່າກີບ.
    ທ່ານຫົວໜ້າພະແນກສ່ວຍສາອາກອນນະຄອນຫລວງ ກ່າວວ່າ: ຜ່ານການທົດລອງຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະຜ່ານມານັ້ນເຫັນວ່າຂໍ້ສະດວກແມ່ນຄະນະນຳແຕ່ລະຂັ້ນໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງ ການເປັນຢ່າງດີ, ຜູ້ເປັນເຈົ້າຂອງຫົວໜ່ວຍທຸລະກິດ, ຫ້າງຮ້ານບໍລິການ ແລະ ຜູ້ໃຊ້ບໍລິການ, ຜູ້ບໍລິໂພກສ່ວນຫລາຍແມ່ນ ມີຄວາມຕື່ນຕົວ, ເຂົ້າໃຈຕໍ່ຄວາມສຳຄັນຂອງຮູບແບບການເກັບອາກອນດັ່ງກ່າວ ແລະ ໃຫ້ການຮ່ວມມືເປັນຢ່າງດີໃນການ ແຈກຢາຍໃບອາກອນໃຫ້ລູກຄ້າ ຫລື ຖາມເອົາໃບອາກອນນຳຜູ້ໃຫ້ບໍລິການດັ່ງນີ້ເປັນຕົ້ນ. ສ່ວນຂໍ້ຫຍຸ້ງຍາກນັ້ນແມ່ນວຽກດັ່ງກ່າວເປັນວຽກໃໝ່, ຈຶ່ງເຮັດໃຫ້ການຄົ້ນຄວ້າບັນດານິຕິກຳເພື່ອຄຸ້ມຄອງວຽກງານດັ່ງກ່າວຍັງຊັກຊ້າ, ເຮັດໃຫ້ຂາດບ່ອນອິງໃນການຈັດຕັ້ງປະຕິບັດບໍ່ທັນເປັນເອກະພາບກັນ, ພະນັກງານທີ່ຮັບພິຊອບສະເພາະໃນການລົງຊຸກຍູ້ນຳພາປະຕິບັດໂຄງການໃນຂັ້ນທ້ອງຖິ່ນມີຈຳກັດ ແລະ ສ່ວນໜຶ່ງຍັງບໍ່ທັນເຂົ້າໃຈແຈ້ງຕໍ່ພາລະບົດບາດ, ສິດໜ້າທີ່ຂອງຕົນໃນວຽກງານນີ້, ຈຶ່ງເຮັດໃຫ້ບໍ່ສາມາດອະທິບາຍໃຫ້ບັນດາຫົວໜ່ວຍວິສາຫະກິດເຂົ້າໃຈກ່ຽວກັບຄວາມສຳຄັນ ແລະ ການນຳໃຊ້ອາກອນດັ່ງກ່າວ ແລະ ເປັນສາເຫດໜຶ່ງພາໃຫ້ເກີດມີຫລາຍກໍລະນີທີ່ຜູ້ປະກອບການຈຳນວນໜຶ່ງບໍ່ຍອມໃຫ້ການຮ່ວມມືກັບພະນັກງານພວກເຮົາໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ສະນັ້ນ, ເພື່ອແກ້ໄຂບັນຫາຄົງຄ້າງຫຍຸ້ງຍາກນີ້, ກ່ອນອື່ນພວກເຮົາຕ້ອງໄດ້ຖືສຳຄັນການໂຄສະນາປຸກລະດົມໂຄງການໃບອາກອນແບບມີລາງວັນໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນເພື່ອໃຫ້ຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ຜູ້ໃຊ້ບໍລິການ, ຜູ້ບໍລິໂພກເຫັນໄດ້ຄວາມສຳຄັນ ແລະ ມີຄວາມຕື່ນຕົວພ້ອມກັນເສຍພັນທະອາກອນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມັ່ງຄັ່ງເຂັ້ມແຂງຂຶ້ນເທື່ອລະກ້າວ.

No comments:

Post a Comment