Ad

Ad

25 May 2015

ຈັບຄາດຕະກອນຂ້າລູກສາວນ້າຍ້ອນບໍ່ໃຫ້ຮ່ວມເພດ


ຂ່າວ-ພາບ : ຫນັງສືພິມ ປກສ
  ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ຈັບຕົວທ້າວ ວົງເພັດ ອາຍຸ 47 ປີ ຢູ່ບ້ານວັງຕາ ແຫລວ ເມືອງນະຄອນເພັງ ແຂວງສາລະວັນ ມາດຳເນີນຄະດີໃນຂໍ້ຫາຄາດຕະກຳນາງ ແສງ ອາຍຸ 18 ປີ ເປັນລູກນ້າຂອງຜູ້ກ່ຽວຍ້ອນເຫດຜົນຂືນໃຈບໍ່ໃຫ້ຮ່ວມເພດ ເຊິ່ງຄະດີມີຢູ່ວ່າ: ທ້າວວົງເພັດໄດ້ແຕ່ງງານກັບແມ່ນາງ ແສງ ໃນປີ 2010 ເວລານັ້ນນາງ ແສງ ແມ່ນໄປເຮັດ ວຽກຢູ່ປະເທດເພື່ອນບ້ານ ແລະ ກ່ອນເກີດເຫດປະມານໜຶ່ງອາທິດ ນາງ ແສງ ໄດ້ກັບ ມາບ້ານເພື່ອເຮັດໜັງສືຜ່ານແດນ ຊຶ່ງໃນໄລຍະຢູ່ເຮືອນນັ້ນນາງ ແສງ ຖືກພໍ່ນ້າພະຍາຍ າມລວນລາມເປັນປະຈຳ ແລະ ມາຮອດວັນທີ 6 ພຶດສະພາ 2015 ເວລາປະມານ 7:30 ໂມງ, ທ້າວ ວົງເພັດ ໄດ້ຂັບລົດຈັກພາ ນາງ ແສງ ໄປເຮັດບັດປະຈຳຕົວຢູ່ຫ້ອງການ ປກສ ແຂວງສາລະວັນ ແລະ ພາຍຫລັງເຮັດບັດປະຈຳຕົວແລ້ວ ຈຶ່ງໄດ້ພາກັນເຂົ້າມາ ແຂວງຈຳ ປາສັກເພື່ອເຮັດໜັງສືຜ່ານແດນໄປໄທ, ຈົນຮອດເວລາປະມານ 23:00 ໂມງຂອງວັນ ດຽວກັນຈຶ່ງໄດ້ຂັບລົດມາຕາມເສັ້ນທາງຊອຍເຂດບ້ານນາແກວ ເມືອງຊະນະສົມບູນ ແຂວງຈຳປາສັກ ຈຶ່ງໄດ້ພາກັນເຂົ້າໄປ ພັກຢູ່ຖຽງນາ ແລະ ໃນຂະ ນະນັ້ນທ້າວ ແສງເພັດ ຜູ້ເປັນພໍ່ນ້າ ໄດ້ຂໍຮ່ວມເພດນຳລູກສາວ, ແຕ່ຖືກປະຕິເສດ ແລະ
ຖືກລູກສາວປ້ອຍດາຈົນເຮັດໃຫ້ທ້າວແສງເພັດ ເກີດໂມໂຫແລ້ວຈັບເອົາໄມ້ຕີຫົວ ນາງ ແສງ ຢ່າງແຮງຫລາຍບາດຈົນເສຍ ຊີວິດ,ຈາກນັ້ນກໍໄດ້ເອົາກະເປົາຂອງນາງ ແສງ ໄປຖິ້ມຢູ່ຫາງຈາກຈຸດເກີດເຫດປະມານຮ້ອຍກວ່າແມັດເພື່ອທຳລາຍຫລັກຖານ, ກ່ອນຈະຂັບລົດໄປຂໍພັກເຊົານຳພີ່ນ້ອງຢູ່ເມືອງປາກເຊ ແລະ ເຊົ້າມື້ຕໍ່ມາ ທ້າວ ແສງ ກໍໄດ້ຂັບລົດເມືອບ້ານ ແລະ ຕົວະຜູ້ເປັນເມຍວ່າລູກໄດ້ໄປໄທກັບໝູ່ແລ້ວ ແລະ ອີກສາມວັນຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດຳເນີນຄະດີ.

No comments:

Post a Comment