Ad

Ad

5 May 2015

ໃຊ້ປືນຍິງກັນເສຍຊີວິດໜຶ່ງຄົນ



ຂ່າວ-ພາບ : ຫນັງສືພິມ ປກສ
    ເມື່ອທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງ ຈັນ ໄດ້ຈັບຕົວທ້າວ ທະຫວິນ(ເຈີ້ຍ) ອາຍຸ 38 ປີຢູ່ບ້ານພ້າວມາດຳເນີນຄະດີ, ຫລັງຈາກໄດ້ໃຊ້ປືນແກັບຍິງທ້າວໂຊກ ອາຍຸ 59 ປີ ຢູ່ເຮືອນໃກ້ຄຽງຈົນເສຍ ຊີວິດໃນຕອນເຊົ້າວັນທີ 27 ເມສາ 2015, ຍ້ອນຜິດຢາບ້າແລະ ນ້ຳເມົາ.
     ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ຕ້ອງຫາຮັບສາລະພາບວ່າ: ກ່ອນເກີດເຫດຕົນໄດ້ເສບຢາບ້າ ແລະ ດື່ມເຫລົ້າຈົນເມົາຢູ່ໜ້າເຮືອນ, ໃນຂະນະ ນັ້ນໄດ້ຫລຽວເຫັນທ້າວໂຊກຜູ້ເສຍຊີວິດຍ່າງຢູ່ ແລະ ຄິດວ່າຈະເຂົ້າມາທຳຮ້າຍຕົນ ຈຶ່ງໄດ້ໄປຈັບເອົາປືນແກັບຢູ່ໃນເຮືອນມາຍິງຈົນລົ້ມລົງແລະ ຈາກນັ້ນກໍມີລູກ ຊາຍຂອງຜູ້ຕາຍໄດ້ແລ່ນເຂົ້າມາຕົນໄດ້ເອົາປືນແກັບອີກກະບອກໜຶ່ງ ຍິງໃສ່ ແຕ່ບໍ່ຖືກ, ຈາກນັ້ນກໍມີເຈົ້າໜ້າທີ່ນຳກຳລັງມາປິດລ້ອມເຮືອນຕົນ, ຈຶ່ງໄດ້ຍອມອອກມາໃຫ້ເຈົ້າໜ້າທີ່ຈັບຕົວ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ເຈີ້ຍ ແມ່ນມີປະຫວັດພົວພັນຢາເສບຕິດມາດົນ ແລະ ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງຍ້ອນ ທຳຮ້າຍຮ່າງກາຍຄົນອື່ນ, ສ່ວນທ້າວໂຊກ(ຜູ້ເສຍຊີວິດ)ແມ່ນຖືກລູກປືນເຂົ້າບໍລິເວນຊ່ວງທ້ອງໜຶ່ງນັດ ແລ້ວໄປເສຍຊີວິດ ຢູ່ໂຮງໝໍໃນເວລາຕໍ່ມາ.

     ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 16 ເມສາຜ່ານມາ, ໄດ້ເກີດເຫດການໄວໜຸ່ມຕັ້ງວົງດື່ມເຫລົ້າ, ​ເບຍຈົນມຶນ ແລະ ຜິດຖຽງກັນແລ້ວໃຊ້ງ້າວໄລ່ຟັນກັນໃນຫໍພັກກຳມະກອນຂອງບໍລິສັດສາມຫລ່ຽມເສດຖະກິດຄົບວົງຈອນຢູ່ບ້ານໂພນສະ ຫວາດ ເມືອງກາສີ ແຂວງວຽງຈັນ  ເຮັດໃຫ້ທ້າວ ອ່ອນ ອາຍຸ 25 ປີຢູ່ບ້ານເພຍຫລວງ ເມືອງລ້ອງຊານ ແຂວງໄຊສົມ
ບູນ ເສຍຊີວິດຍ້ອນຖືກງ້າວແທງເຂົ້າບໍລິເວນເອິກ ແລະ ງ່ອນ, ສ່ວນຜູ້ກໍເຫດແມ່ນທ້າວ ອ່ອນແກ້ວ ອາຍຸ 17 ປີຢູ່ບ້ານໂພນສະຫວາດ ເມືອງກາສີ ແຂວງວຽງຈັນ ເຊິ່ງເຈົ້າໜ້າທີ່ໄດ້ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍແລ້ວ.

No comments:

Post a Comment