Ad

Ad

19 May 2015

ສານນະຄອນຫລວງຕັດສິນລົງໂທດຜູ້ຂາຍຢາເສບຕິດ



    ເມື່ອອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງ ໂທດທ້າວ ກິແກ້ວ ອາຍຸ 40 ປີ ແລະ ທ້າວ ພຸດທະວົງ ອາຍຸ 19 ປີທັງສອງເປັນ ນ້າ-ຫລານຢູ່ບ້ານໜອງປິງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຳຄຸກ3 ປີ 9 ເດືອນ ພ້ອມປັບໃໝ່ 25 ລ້ານກີບສຳລັບທ້າວກິແກ້ວ ແລະ ຈຳຄຸກ 5 ປີພ້ອມປັບ ໃໝ 10 ລ້ານກີບ, ຊຶ່ງທ້າວ ກິແກ້ວ ຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອທ້າຍປີ 2014 ພ້ອມຂອງກາງຢາບ້າ 32 ເມັດ, ເຈົ້າໜ້າທີ່ໃຫ້ຮູ້ວ່າ:ຜູ້ກ່ຽວເຄີຍຕ້ອງ ໂທດມາແລ້ວ ໜຶ່ງຄັ້ງເປັນເວລາ 5 ປີຍ້ອນຢາເສບຕິດ, ແຕ່ເມື່ອພົ້ນໂທດອອກມາກໍຍັງບໍ່ເຂັດຫລາບຈຶ່ງໄດ້ກັບມາພົວພັນ ຢາເສບຕິດອີກຈຶ່ງ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີເປັນຄັ້ງທີສອງ, ສ່ວນທ້າວ ພຸດທະວົງ ໄດ້ເລີ່ມເສບ ແລະ ຂາຍ ຢາບ້າມາແຕ່ປີ 2013
ໂດຍຊື້ນຳຂະບວນການຄ້າຢາເສບຕິດພາຍໃນເມືອງສີໂຄດຕະບອງ,ຈັນທະບູລີ ແລະ ເຂດໃກ້ຄຽງ ເພື່ອມາຂາຍໃຫ້ໄວລຸ້ນ ພາຍໃນບ້ານດຽວກັນຈົນມາຮອດທ້າຍປີ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ, ພ້ອມຂອງກາງຢາບ້າ 8 ເມັດ, ມາດຳເນີນຄະດີ ຕາມລະບຽບກົດໝາຍ.
    ຂ່າວໃຫ້ຮູ້ຕື່ມວ່າ:ໃນທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນປ່ອຍຕົວນັກໂທດ ຕາມຄຳສະ ເໜີຂອງອົງການໄອຍະການປະຊາຊົນຈຳນວນ 14 ຄົນ,ຍິງ 3 ຄົນ,ທີ່ຖຶກຄຸມຂັງ-ດັດສ້າງຢູ່ນະຄອນຫລວງ ວຽງຈັນ, ທີ່ມີຜົນງານດີເດັ່ນ, ມີການປ່ຽນແປງ ແລະ ສຳນຶກຜິດຕໍ່ການກະທຳຂອງຕົນເອງ ແລະ ຜູ້ທີ່ໄດ້ຮັບການປ່ອຍ ຕົວຄັ້ງນີ້ມີຄະດີຄ້າຢາເສບຕິດ, ຄ້າມະນຸດ, ຊິງຊັບ, ລັກຊັບ ແລະ ຍັກຍອກຊັບພົນລະເມືອງ, ໂດຍພວກເຂົາປະຕິຍານ ຕົນວ່າ:ຈະໄປປະກອບອາຊີບຢ່າງສຸດຈະລິດ ແລະ ຈະບໍ່ພົວພັນຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ສິ່ງທີ່ຜິດກົດໝາຍກຳ ນົດໄວ້.

No comments:

Post a Comment