Ad

Ad

18 May 2015

ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລ່ັງສະຫວັດ ເປີດ​ນໍ້າ​ໃຊ້​ຊົນລະປະທານເຊສາລະລອງ



ປະຊາຊົນຈໍານວນຫລາຍ​ຮ້ອຍ​ຄົນ​ທີ່​ດໍາລົງ​ຊີວິດ​ໃນ 11 ບ້ານ ​ຢູ່ເມືອງທ່າ ປາງທອງ​ ​ແຂວງ​ສະຫວັນ​ນະ​ເຂດຈະ​​ໄດ້ຊົມ​ໃຊ້​ນໍ້າ​​ເຂົ້າ​ໃນ​ການ​ຜະລິດ​ກະສິກໍາ​ຢ່າງ​ເຕັມ​ສ່ວນ ​ເມື່ອໂຄງການ ຊົນລະປະທານ ເຊສາລະລອງ-ເຊກື ເມືອງທ່າ ປາງທອງ, ແຂວງສະ ຫວັນນະເຂດ​ ໄດ້​ເປີດ​ນໍາ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 16 ພຶດສະພານີ້.
ກຽດໂດຍ​ເປັນ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານເສດ ຖະກິດ, ການຜະລິດ ແລະ ຈໍລະຈອນ, ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງໆສະ ຫວັນນະເຂດ, ພ້ອມ​ບັນດາ​ຜູ້ຕາງໜ້າ ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປ ຈີນ ປະຈໍາລາວ, ຜູ້ຕາງໜ້າບໍລິສັດເກີ ໂຈປາ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ.

          ທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານໄດ້ລາຍ​ງານ​  ວ່າ: ໂຄງການຊົນລະປະທານເຊສາລະ ລອງ-ເຊກື  ເມືອງທ່າ ປາງທອງ, ແຂວງສະຫວັນນະເຂດ, ເປັນໂຄງການທີ່​ນອນ​​ໃນ​ບັນດາໂຄງການ ບູລິມະສິດຂອງ ແຂວງສະຫວັນນະເຂດ ທີ່ໄດ້ຮັບການເອົາໃຈໃສ່ຊີ້ນໍາໆ​ພາ ແລະ ​ໄດ້​ຮັບ ອະນຸມັດໃຫ້ກໍ່ສ້າງຈາກລັດຖະບານ   ເຊິ່ງໄດ້ ຮັບທຶນກູ້ຢືມດອກເບ້ຍຕໍ່າໄລຍະຍາວ ຈາກລັດຖະບານ ຜ່ານທະນາຄານຂາເຂົ້າ-ຂາອອກ ແຫ່ງ ສປ ຈີນ ມີມູນຄ່າການ​ກໍ່ສ້າງທັງໝົດ 364 ລ້ານຢວນ ຫລື ປະມານ 400 ກວ່າ​ຕື້​ກີບ ເພື່ອພັດທະນາພື້ນຖານໂຄງລ່າງ ດ້ານຊົນລະປະທານ​ ໂດຍ​ມີ​ຈຸດປະ ສົງ​ສະໜອງ​ນໍ້າ​ໃຫ້​ແກ່​ການ​ຜະລິດກະສິກໍາ ຫລື ເອີ້ນວ່າຊົນລະກະເສດ. ​ໂຄງການ​ດັ່ງກ່າວ ໄດ້ມອບ ໝາຍໃຫ້ບໍລິສັດ ເກີໂຈປາ  ແຫ່ງ ສປ ຈີນ ເປັນຜູ້ຮັບເໝົາ ແລະ ດໍາເດີນການ ກໍ່ສ້າງ ມາຕັ້ງແຕ່ກາງ ເດືອນ ມີນາ 2011  ແລະ ສໍາເລັດສົມບູນ ໃນເດືອນກໍລະກົດ ປີ 2014  ເມື່ອທຽບໃສ່ແຜນການຈັດຕັ້ງປະຕິບັດ ແມ່ນສໍາເລັດກ່ອນກໍານົດ 1 ເດືອນ, ໂຄງການນີ້ເປັນໂຄງການຊົນລະປະທານນ້ຳລົ້ນໄຫລເອງ​, ເຂື່ອນສ້າງດ້ວຍຫີນກັນຊືມ ມີຄວາມຍາວ 1. 800 ແມັດ, ມີລະບົບຄອງເໝືອງແມ່, ຄອງຂັ້ນສອງ ແລະ ຄອງຂັ້ນສາມຍາວເຖິງ 51 ກິໂລແມັດ, ສາມາດສະໜອງນ້ຳ ໃຫ້ແກ່ເນື້ອທີ່ທໍາການຜະລິດເຂົ້າ ໄດ້ ສອງລະດູ ຄື: ນາປີ ແລະ ນາແຊງ​ໃນ ເນື້ອທີ່ 2.000 ເຮັກຕາ, ສາມາດສະໜອງ ນ້ຳ​ໃຫ້ປະຊາຊົນ​ຈໍານວນ 11 ບ້ານ. 
ສົກປີ 2014 -2015 ໄດ້ທົດລອງສະໜອງ​ນໍ້າ​ເຂົ້າ​ໃນ​ການຜະລິດນາ​ແຊງໃນເນື້ອ ທີ່ 100 ກວ່າເຮັກຕາ  ນອກ ນັ້ນຍັງສາມາດສະໜອງນ້ຳໃຫ້ແກ່ການປູກພືດອຸດສາຫະກໍາ, ພືດຜັກ, ການລ້ຽງສັດ, ການປະມົງ, ການອະນຸລັກທໍາມະ ຊາດ, ການທ່ອງທ່ຽວ ແລະ ການຖ່າຍທອດຄວາມຮູ້ໃນການພັດທະນາໂຄງການຂະໜາດໃຫຍ່ແບບນ້ຳລົ້ນໄຫລເອງໃນ ທົ່ວແຂວງ ແລະ ທົ່ວປະເທດນຳ​ອີກ.

No comments:

Post a Comment