Ad

Ad

21 May 2015

ຕະຫລາດ​ຂົວ​ດິນ​ຖືກ​ປັບປຸງຄືນ​ໃໝ່ຂະນະ​ທີ່​ຕະຫລາດ​ໜອງ​ຈັນໄດ້​ຍົກ​ເລີກ​ກິດຈະການ



     ຕະຫລາດຂົວດິນ​​ໃນໄລຍະກ່ອນນອນຢູ່ໃນສະພາບເປີະເປື້ອນເຕັມໄປດ້ວຍຄວາມແອອັດກໍໃຫ້ເກີດມີຫາງສຽງຈາກສັງຄົມ​ ​ແລະຜູ້ເຂົ້າມາໃຊ້ບໍລິການ,ແຕ່ມາຮອດປັດຈຸບັນຕະຫລາດດັ່ງກ່າວໄດ້ມີໂສມໜ້າໃໝ່, ຂະນະທີ່ຕະຫລາດໜອງຈັນ ຕັ້ງຢູ່ທິດ​​ເໜືອຕິດກັບຕະຫລາດຂົວດິນໄດ້ໃຫ້ຢຸດເຊົາກິດຈະການ,ເນື່ອງຈາກວ່າທາງນະຄອນຫລວງຈະນຳໃຊ້ເດີ່ນບໍລິເວນຕະຫລາດໜອງຈັນເກົ່າເຂົ້າສູ່ກິດຈະ ການໃໝ່,ໃຫ້ມີຄວາມເປັນລະບຽບຮຽບຮ້ອຍພາຍຫລັງອາຄານສູນການຄ້າວຽງຈັນເຊັນເຕີ້ໄດ້ຮັບການສ້າງຕັ້ງແລະເປີດ​​ໃຫ້ບໍລິການຢ່າງເປັນທາງການແລ້ວ.
     ການປັບປຸງຕະຫລາດຂົວດິນ​ ​ໄດ້ເລີ່ມມາແຕ່ທ້າຍ​​ເດືອນເມສາທີ່ຜ່ານມາ, ທາງຄະນະຈັດສັນໄດ້ທຳການເລີກຮື້ຮ້ານຂາຍຍ່ອຍປະເພດສິ້ນ​​ແພ, ທີ່ຕັ້ງຢູ່ສອງຝາກທາງເຂົ້າຕະຫລາດຂົວດິນແລ້ວທຳການສ້ອມແປງປູເບຕົ້ງຄືນໃໝ່, ສະເພາະທາງຍ່າງຢູ່ໃນບໍລິເວນຕະຫລາດກໍໄດ້ມີການປູເບຕົ້ງໃຫ້ມີລະບຽບຈົບງາມ. ສ່ວນຕະຫລາດໜອງຈັນຢູ່ທິດເໜືອຕິດກັບຕະຫລາດ
ຂົວດິນແມ່ນຊາວຄ້າຂາຍສ່ວນໃຫຍ່ໄດ້ຢຸດກິດຈະການແລະ ກຽມຍົກຍ້າຍໄປບ່ອນອື່ນເພື່ອມ້າງອາຄານທີ່​​ເກົ່າແກ່ແລະ ດຳເນີນການປັບປຸງເດີ່ນຢູ່ບໍລິເວນຕະຫລາດດັ່ງກ່າວເພື່ອຫັນໄປສູ່ກິດຈະການອື່ນໆທີ່ມີຜົນດີກວ່າ, ສ້າງຄວາມເປັນລະບຽບຮຽບຮ້ອຍແລະ ຈົບງາມກວ່າ, ສະເພາະໜອງຈັນກໍພວມຢູ່ໃນລະຫວ່າງການຖົມດິນ, ປັບໜ້າດິນໃຫ້ຮາບພຽງເພື່ອນຳໃຊ້ເຂົ້າໃນກິດຈະການອື່ນເຊັ່ນດຽວກັນ,ເຖິງຢ່າງໃດກໍດີສິ່ງທີ່ໜ້າເປັນຫວ່ງອີກບັນຫາໜຶ່ງແມ່ນການຈອດລົດຢູ່ທິດເໜືອຕິດກັບຕະຫລາດຂົວດິນຈາກໄຟແດງຄິວລົດເມ, ​ເສັ້ນທາງໄປທາດຝຸ່ນທາງພາກສ່ວນກ່ຽວຂ້ອງຍັງປ່ອຍປະລະເລີຍດ້ວຍການອະນຸຍາດໃຫ້ຝາກລົດຈັກລົດຖີບ, ຈຳໂບ້, ຕຸກໆລວມໄປເຖິງການຂາຍເຄື່ອງຍ່ອຍອື່ນໆໂດຍກວມເອົາເສັ້ນທາງທຽວ ເຂົ້າມານັບເປັນສິບກວ່າແມັດເຮັດໃຫ້ການສັນຈອນຢູ່ເສັ້ນທາງຈຸດນີ້ ມີຄວາມແອອັດ, ສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ຍານພາຫະນະທີ່ສັນຈອນໄປມານັບເປັນຈຳນວນບໍ່ໜ້ອຍ. ດັ່ງນັ້ນຈຶ່ງສະເໜີໃຫ້ພາກ ສ່ວນກ່ຽວຂ້ອງກວດກາຄືນແລະ ທຳການຈັດສັນໃໝ່ໃຫ້ເຂົ້າສູ່ລະບຽບຫລັກການຕາມຄຳຂວັນ 6 ຂອງນະຄອນ ຫລວງວຽງຈັນວາງອອກໃຫ້ປະກົດຜົນເປັນຈິງຢ່າງໄວວາ.

No comments:

Post a Comment