Ad

Ad

27 May 2015

ປກສ ເມືອງປາກຊັນຈັບຜູ້ຄ້າຢາເສບຕິດມາດຳເນີນຄະດີຕາມກົດໝາຍ



ທ້າວ ໂຄ່ໂລ່ ອາຍຸ 23 ປີ ຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ຖືກເຈົ້າໜ້າ ທີ່ຈັບຕົວມາດຳເນີນຄະດີເມື່ອບໍ່ດົນມານີ້ໃນຂໍ້ຫາຄ້າຢາເສບຕິດ, ໃນຂະນະທີ່ກຳ ລັງຂາຍຢາບ້າໃຫ້ໄວຮຸ່ນເຂດບ້ານຂອງຕົນ ແລະ ໄດ້ກວດຄົ້ນຕົວພົບຢາບ້າ ຫລາຍ ກວ່າ 550 ເມັດ, ຊຸກເຊື່ອງໄວ້ໃນຖົງໂສ້ງຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອປະກອບ ສຳນວນຄະດີ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຊັກ ທອດໄປຫາໝູ່ຮ່ວມ ຂະບວນການຈຳນວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ນຳຈັບຕົວ ມາດຳເນີນຄະດີຄື: ທ້າວ ໂຕ່ ອາຍຸ 20 ປີ ຢູ່ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມຂອງກາງຢາບ້າອີກພັນກວ່າເມັດ.
    ຂ່າວໃຫ້ຮູ້ຕື່ມວ່າ: ໃນທ້າຍອາທິດຜ່ານມາ, ສານປະຊາຊົນແຂວງຫົວພັນກໍໄດ້ຕັດສິນລົງໂທດທ້າວ ໃສ ອາຍຸ 40 ປີ ຢູ່ບ້ານຫ້ວຍມູນ ເມືອງຫົວເມືອງຈຳຄຸກ 3 ປີເຄິ່ງ ພ້ອມປັບໃໝ 5 ລ້ານກີບ, ທ້າວ ບົວໄລ ອາຍຸ 45 ປີ ຢູ່ບ້ານແກ່ວຊິກ ເມືອງຫົວເມືອງຈຳຄຸກ 6 ປີ ພ້ອມປັບໃໝ 11 ລ້ານກີບ ແລະ ທ້າວ ບຸນໄມ ອາຍຸ 42 ປີຢູ່ບ້ານແກ່ວຊິກ ເມືອງຫົວເມືອງ ແຂວງຫົວພັນຈຳຄຸກ 5 ປີ ພ້ອມປັບໃໝ 10 ລ້ານກີບ. ໃນຂໍ້ຫາຄ້າຢາເສບຕິດ, ໂດຍພວກກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ ແຕ່ປີ2014 ຜ່ານມາ, ພ້ອມຂອງກາງຢາບ້າຈຳນວນໜຶ່ງຈຶ່ງຖືກລົງໂທດຕາມ ລະບຽບກົດໝາຍ.

No comments:

Post a Comment