Ad

Ad

4 May 2015

ເລີ່ມມີການລະບາດຂອງ​ພະຍາດ​ໄຂ້​ເລືອ​ດ​ອອກແລ້ວຢູ່ບາງແຂວງພາກໃຕ້



ຕາມການລາຍງານຂອງໜ່ວຍງານເຝົ້າລະວັງພະຍາດກະຊວງສາທາ ລະນະສຸກຕໍ່ນັກຂ່າວ ໜັງສືພິມລາວພັດທະນາໃນວັນທີ 30 ເມສານີ້ ໃຫ້ຮູ້ວ່າ: ປັດຈຸບັນຢູ່ບາງແຂວງ ພາກໃຕ້ໄດ້ມີການລະບາດຂອງ ພະຍາດໄຂ້ເລືອດ ອອກຫຼືໄຂ້ຍຸງລາຍແລ້ວເຊັ່ນ: ແຂວງອັດ ຕະປືມີ ຜູ້ຕິດເຊື້ອແລ້ວຮ້ອຍກວ່າກໍລະນີ, ແຂວງຈຳປາສັກ 45 ກໍລະນີ, ເຊກອງ 17 ກໍລະນີ, ສາລະວັນ 12 ກໍລະນີ, ສ່ວນບັນດາແຂວງ ພາກເໜືອກໍເລີ່ມມີ ກໍລະນີ້ຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຈຳ ນວນໜຶ່ງ, ຊຶ່ງຕໍ່ການລະບາດດັ່ງກ່າວ, ກະຊວງສາທະນະສຸກກໍໄດ້ສົ່ງພະນັກງານວິຊາການລົງສົມ ທົບກັບທ້ອງຖິ່ນ, ເພື່ອລົງໃຫ້ຄວາມຮູ້ໃນການທຳລາຍ ແຫຼ່ງເພາະ ພັນຂອງຍຸງລາຍຢູ່ຕາມບ້ານ ແລະ ເມືອງທີ່ມີການລະບາດ  ແລະ ເຂດທີ່ມີຄວາມສ່ຽງຈະເກີດລະບາດ, ພ້ອມທັງແນະນຳ ບັນດາໂຮງໝໍໃຫ້
ເອົາໃຈໃສ່ບໍລິການປິ່ນປົວຄົນເຈັບພະຍາດໄຂ້ເລືອດອອກເປັນຢ່າງດີ. ນອກນັ້ນກໍຍັງແນະ ນຳໃຫ້ອຳ ນາດການ ປົກຄອງແຂວງກຽມແຜນຮັບມືກັບພະຍາດດັ່ງກ່າວ, ເພື່ອສາມາດ ຕອບໂຕ້ໄດ້ທັນຖ້າຫາກ ມີການລະບາດໃຫຍ່ເກີດຂຶ້ນ ແລະ ບໍ່ສະເພາະແຕ່ບັນດາແຂວງພາກ ໃຕ້ເທົ່ານັ້ນທຸກແຂວງໃນປະເທດ ກໍຕ້ອງມີການຕິດຕາມເຝົ້າລະວັງພະຍາດດັ່ງກ່າວ, ພ້ອມທັງ ເປັນເຈົ້າການທຳລາຍແຫຼ່ງເພາະພັນ ຂອງຍຸງລາຍຕາມຄຳຂວັນ 5 ທີ່ກະຊວງສາທາລະນະ ສຸກວາງອອກຢ່າງເຂັ້ມງວດຄື: 1 ປິດ ຝາພາຊະ ນະທີເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ : ເຕົ້າ ດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມ ອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢ່າງຕີນລົດເກົ່າທີມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິດໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ພຽງເທົ່ານີ້ກໍຈະສ້າງມາດປ້ອງກັນໄຂ້ເລືອດອອກໄດ້.

No comments:

Post a Comment