Ad

Ad

21 May 2015

ລະວັງ !!! ມີການເບື່ອເຫັດເກີດຂຶ້ນຢູ່ເມືອງຫາດຊາຍຟອງ



ທ່ານ ດຣ ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາ ລະນະສຸກນະ ຄອນຫຼວງວຽງຈັນ, ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້, ໜ່ວຍງານຂອງ ຕົນໄດ້ຮັບແຈ້ງວ່າ ມີກໍລະນີເບື່ອເຫັດ ເກີດຂຶ້ນ, ມີ 9 ກໍລະນີ, ໃນ 2 ຄອບຄົວ, ຢູ່ບ້ານ ຄວາຍແດງ 2 ກໍລະນີ ແລະ ບ້ານນາໄຮ່ 7 ກໍລະນີ, ໃນເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ, ໂຊກດີບໍ່ ມີຜູ້ເສຍຊີວິດ, ຜ່ານການກວດກາເຫັດ ທີ່ປະຊາ ຊົນນຳມາບໍລະໂພກ ແລະ ຜົນກວດຈາກໂຮງໝໍທີ່ຄົນເຈັບເຂົ້າປິ່ນປົວຈຶ່ງ ຮູ້ວ່າ: ສາເຫດ ຂອງການເບື່ອເຫັດຂອງປະຊາຊົນບ້ານນາໄຮ່ ແມ່ນນຳເອົາເຫັດທີ່ເກີດຈາກຕົ້ນບ້າວຄື: ເຫັດຄັນຮົ່ມ, ຕີນແຮດ ມາບໍລິໂພກ, ແລ້ວມີອາການວິນຫົວ, ປວດຮາກ ແລະ ເຈັບທ້ອງ, ຈຶ່ງຖືກນຳສົ່ງໂຮງໝໍ, ສ່ວນການເບື່ອ ເຫັດຂອງ ປະຊາຊົນບ້ານຄວາມແດງແມ່ນເກີດຈາການກິນເຫັດຂ່າວທີ່ ຊື້ຕາມທ້ອງ
ຕະຫຼາດ ແລະ ຜ່ານການ ກວດພົບວ່າອາການຂອງ 9
ກໍລະນີ ເບື່ອເຫັດດັ່ງກ່າວມີອາການອັນດຽວກັນ, ຈຶ່ງເຕື່ອນມາຍັງປະຊາຊົນໃຫ້ມີສະຕິໃນ ການບໍລິໂພກເຫັດຊະນິດຕ່າງໆ ທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບຂອງຕົນ ແລະ ຄອບຄົວເຊັ່ນ: ຖ້າຫາກບໍ່ແນ່ໃຈ ຊະ ນິດຂອງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ແມ່ນຫ້າມກິນເດັດຂາດ, ຫ້າມກິນເຫັດຫຼາຍຊະນິດປົນກັນ ແລະ ຫ້າມ ໃຊ້ວິທີນຳໃຊ້ເຂົ້າໃນການທົດລອງເຫັດເບື່ອ, ສິ່ງສຳຄັນແມ່ນຖ້າຫາກກິນ ເຫັດແລ້ວມີອາການຜິດປົກກະຕິເຊັ່ນ: ວິນຫົວ, ປວດ ຮາກ, ເຈັບທ້ອງໃຫ້ໄປໂຮງໝໍດ່ວນ, ເນື່ອງຈາກປັດຈຸບັນເຫັດບາງຊະນິດທີ່ ເຄີຍກິນແຕ່ເກີດເບີ່ອຈາກສານເຄມີຕົກຄ້າງ, ປຸຍເຄມີ ໃນການກະເສດ ແລະ ເກີດຈາກການກິນເຫັດ ທີ່ເປັນພິດຍ້ອນສັດປ່າທີ່ມີພິດຍ່ຽວໃສກໍເປັນໄດ້່.
ແຕ່ລະປີຜ່ານມາມີການເບື່ອເຫັດເກີດຂຶ້ນເປັນຈຳນວນບໍ່ໜ້ອຍ ແລະ ມີຜູ້ເສຍຊີວິດຈຳນວນໜຶ່ງ, ໂດຍສະເພາະ ແມ່ນຢູ່ພາກເໜືອ ແລະ ເຂດຫ່າງໄກສອກຫຼີກອື່ນໆຄື: ປີຜ່ານມາກໍເກີດມີການເບື່ອເຫັດເກີດ ຂຶ້ນຢູ່ເມືອງຫາດຊາຍຟອງມາແລ້ວ.

No comments:

Post a Comment