Ad

Ad

21 May 2015

ມີຄົນແຂວນ​ຄໍ​ຕາຍອີກ​ແລ້ວ ຢູ່​ບ້ານ​ໂນນ​ສະອາດ ​ເມືອງ​ໄຊ​ທານີ



     ​​ໃນຕອນເຊົ້າຂອງວັນທີ 20 ພຶດສະພານີ້, ​ຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້​​ເກີດເຫດມີຊາຍຄົນໜຶ່ງແຂວນຄໍຕາຍໃນເຮືອນຂອງຄາບ້ານຜູ້ກ່ຽວ​.
     ເຈົ້າໜ້າທີ່ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ຜ່ານການລົງສະຖານທີ່ເກີດເຫດໄດ້ພົບຊາຍໜຶ່ງຄົນ ອາຍຸປະມານ 40 ປີ, ​ໃສ່ເສື້ອແຂນຍາວແລະ ສົ້ງຂາຍາວສີດຳ, ສະພາບສົບແມ່ນບໍ່ມີຮ່ອງຮອຍການຕໍ່ສູ້ຫຍັງໝົດ, ​ໄດ້ໃຊ້ເຊືອກນິລົງສີຂຽວ ມັດໃສ່ໄມ້ຂາງເຮືອນ​, ຜູ້ຢູ່ເຮືອນ​​ໃກ້ຄຽງໃຫ້ຮູ້ວ່າ: ຜູ້ເສຍຊີວິດແມ່ນມັກດື່ມເຫລົ້າເປັນປະຈຳແລະມີອາກາດຄຽດ, ຄິດຫລາຍ. ສ່ວນສາເຫດທີ່ແທ້ຈິງ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

No comments:

Post a Comment