Ad

Ad

5 May 2015

ນັກກິລາຜູ້ຄອງຫລຽນຈາກອຸດົມໄຊເກມ ຫລາຍຄົນຍັງບໍ່ທັນໄດ້ຮັບເງິນລາງວັນ



     ນັກກິລາຜູ້ໄດ້ຮັບຫລຽນປະເພດຕ່າງໆຈາກການເຂົ້າຮ່ວມແຂ່ງ ຂັນໃນງານກິລາແຫ່ງຊາດ ຫລື ອຸດົມໄຊເກມ ທີ່ຈັດຂຶ້ນໃນ ທ້າຍປີ ຜ່ານມາ, ເຊິ່ງມາຮອດປັດຈຸບັນຜູ້ໄດ້ຮັບກຽດຄອງຫລຽນປະເພດ ຕ່າງໆນັ້ນ ກໍຍັງບໍ່ທັນໄດ້ຮັບເງິນລາງວັນຈາກຄະນະກຳ ມະການຈັດ ການແຂ່ງຂັນກິລາດັ່ງກ່າວແຕ່ຢ່າງໃດຄື: ຫລຽນຈາກການແຂ່ງ ຂັນກິລາ ຊັດຫລາວ, ແລ່ນລານ, ໂຍນບ້ວງ ແລະ ອື່ນໆ, ໂດຍສະ ເພາະແມ່ນຕົວແທນຈາກນະຄອນຫລວງວຽງຈັນ. ຊຶ່ງວິຊາການກ່ຽວ ຂ້ອງຂອງກະ ຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ລາງວັນຂອງ ນັກກິລາແຕ່ລະປະເພດແມ່ນບັນດາຂະແໜງການ ແລະ ແຂວງ ກ່ຽວຂ້ອງເປັນຜູ້ມອບໃຫ້, ເຊິ່ງ ທາງດ້ານວິຊາການແມ່ນກົມກິລາເປັນຜູ້ຮັບຜິດຊອບເຊັ່ນດຽວກັບ ທາງຫ້ອງການກິລານະຄອນຫລວງວຽງຈັນ ກໍໄດ້ໃຫ້ ຄວາມກະຈ່າງແຈ້ງວ່າ: ສະເພາະເງິນລາງວັນ ແມ່ນຍັງຢູ່ໃນ ໄລຍະການພິຈາລະນາຈາກພາກສ່ວນກ່ຽວ ຂ້ອງຂອງນະຄອນ ຫລວງວຽງຈັນ ຊຶ່ງຈະ
ໄດ້ຈ່າຍໃຫ້ຕາມການຕົກລົງຂອງທ່ານເຈົ້າຄອງທີ່ເຄີຍໄດ້ປະຕິ ບັດມາ. ສະເພາະ ນັກກິລາຜູ້ທີ່ໄດ້ຮັບ ໄຊຊະນະ ສ່ວນໃຫຍ່ຈະເປັນນັກຮຽນ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄາດວ່າໃນອີກ ສອງ ເດືອນຕໍ່ໜ້າ ເຂົາເຈົ້າເຫລົ່ານີ້ ຈະໄດ້ຄັດເລືອກເຂົ້າຮ່ວມງານກິລາ ຊີເກມຄັ້ງທີ 27 ທີ່ປະເທດສິງ ກະໂປ. ຖ້າໄດ້ຮັບເງິນລາງວັນດັ່ງກ່າວ ນອກຈາກຈະເປັນທຶນຮອນຊ່ວຍໜູນໃຫ້ແກ່ການສຶກສາຮ່ຳ ຮຽນຂອງຕົນແລ້ວຍັງຈະເປັນແຮງຈູງໃຈທີ່ສຳຄັນໃຫ້ແກ່ນັກກິລາ ແຕ່ລະຄົນມີຄວາມຫ້າວຫັນ ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຊີເກມຄັ້ງທີ 27 ປະສົບຜົນສຳເລັດເປັນຢ່າງດີ.

1 comment:

  1. ให้ช้าแบบนี้ บ่เปันผนดีเดี่

    ReplyDelete