Ad

Ad

27 May 2015

ລາວອອກບັດປະຈຳຕົວແບບໃໝ່ເພື່ອຄວາມທັນສະໄໝ



      ບົນຈິດໃຈແຈ້ງການຂອງຄະນະເລຂາທິການລັດຖະບານ ສະບັບເລກທີ 627/ຄລບ, ລົງວັນທີ 11 ເມສາ 2009 ຜ່ານມາເຫັນດີອະນຸມັດໂຄງການຄຸ້ມຄອງພົນລະເມືອງໃຫ້ມີຄວາມທັນສະໄໝ. ດັ່ງນັ້ນນະຄອນຫລວງວຽງຈັນ ຈຶ່ງໄດ້ຈັດ ຕັ້ງປະຕິບັດໂຄງການດັ່ງກ່າວມາແຕ່ວັນທີ 30 ມີນາ 2015 ໂດຍຮຽກຮ້ອງໃຫ້ປະຊາ ຊົນຜູ້ຕ້ອງການເຮັດບັດປະຈຳ ຕົວແບບໃໝ່ນີ້ ຫລື ຜູ້ມີບັດປະຈຳຕົວເກົ່າໝົດອາຍຸແລ້ວກໍສາມາດມາປ່ຽນ ແລະ ໃຫ້ປະກອບເອກະສານນຳເຈົ້າໜ້າທີ່ຢູ່ ເມືອງຂອງຕົນທີ່ຂຶ້ນກັບ ແລະ ປ້ອນຂໍ້ມູນຕ່າງໆຜ່ານລະບົບອອນລາຍເຂົ້າ ມາຫາສູນກາງເປັນຈຸດພິມບັດປະຈຳຕົວດັ່ງ ກ່າວພຽງແຫ່ງດຽວ ໂດຍຈະມີຄ່າທຳນຽມພຽງ 50.000 ກີບເທົ່ານັ້ນ ນັບທັງຢູ່ຕ່າງແຂວງ.

     ບັດປະຈຳຕົວດັ່ງກ່າວເຮັດດ້ວຍຢາງປລາສຕິກ (PETG) ທີ່ປອດໄພ, ມີຂະໜາດ 85,75 ມມ x 53,92 ມມ, ໜາ 0,80 ມມ ໄດ້ ນຳໃຊ້ເຕັກນິກສູງໃນການຜະລິດເພື່ອປ້ອງກັນການປອມແປງ ແລະ ມີຄວາມທົນທານສູງໃນອຸນ ຫະພູມແຕ່ -20 ອົງສາຫາ -60 ອົງສາ ເປັນສີຂຽວ, ສ່ວນບັດປະຈຳຕົວຕ່າງດ້າວເປັນສີເຫລືອງ, ເບື້ອງເທິງສຸດຂອງບັດດ້ານໜ້າມີໂຕ ໜັງສືສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດ ທະນາຖາ ວອນ, ດ້ານຊ້າຍຂອງບັດມີກາໝາຍຊາດ, ມີຮູບຂອງຜູ້ຖືບັດ ແລະ ເລກປະຈຳຕົວ, ດ້ານຂວາມີກາປະທັບ ແລະ ລາຍເຊັນຂອງເຈົ້າໜ້າທີ່, ຊັ້ນດ້ານໃນຝັງຊິມບັນທຶກຂໍ້ມູນ ເພື່ອສາມາດກວດກາດ້ວຍອຸປະກອນເຕັກນິກໄດ້.

No comments:

Post a Comment