Ad

Ad

28 May 2015

ຄະນະນຳ​ເມືອງ​ປາກງື່ມ ​ໄວ້​ອາ​ໄລ​ເຖິງ​ນັກຮຽນ​ທີ່​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ເຮືອ​ຫລົ້ມ



     ຕອນເຊົ້າວັນທີ 27 ພຶດສະພານີ້, ຢູ່ສະໂມສອນເມືອງງື່ມ, ນະຄອນຫລວງວຽງຈັນ, ​ໄດ້ຈັດພິທີໄວ້ອາໄລເຖິງດວງວິນຍານຂອງບັນດານັກຮຽນ ທີ່ເສຍຊີວິດຈາກອຸປະຕິເຫດເຮືອຫລົ້ຢູ່ກາງແມ່ນ້ຳງື່ມ, ​ເຂດນາບົງໃນຕອນເຊົ້າວັນທີ 26 ພຶດສະພາຜ່ານມານີ້, ​ໂດຍມີຄະນະພັກເມືອງ, ບັນດາຄູອາຈານແລະໂຮງຮຽນມັດທະຍົມອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫລາຍ.
     ບັນດານ້ອງນັກຮຽນຜູ້ທີ່ຖືກເຄາະຮ້າຍໃນຄັ້ງນີ້ລວມມີ 10 ຄົນພ້ອມກັບໝູ່ ຈຳນວນ 40 ຄົນ, ​ໃນນີ້ ມີຄູອາຈານ 4 ຄົນ, ນັກຮຽນ 35 ຄົນແລະ ຄົນຂັບເຮືອ 1 ຄົນ, ລົງເຮືອແພຈາກທ່າບ້ານນາບົງຂ້າມໄປທ່າບ້ານທ່າກົກໄຮເພື່ອເຂົ້າສອບເສັງຈົບຊັ້ນປະຖົມປີທີ 5 ທີ່ສູນສອບເສັງບ້ານດັ່ງກ່າວ, ​ແຕ່ໜ້າເສຍດາຍໄດ້ຖືກເຄາະຮ້າຍ
ຈາກອຸປະຕິເຫດເຮືອ​​ຫລົ້ມລົງກາງນ້ຳ. ມາຮອດປັດຈຸບັນ ສາມາດ​ຄົ້ນ​ພົບສົບຂອງຫລານນ້ອຍເປັນ​ຜູ້ຍິງ 1 ຄົນ.
     ອຸປະຕິເຫດດັ່ງກ່າວເປັນບົດຮຽນອັນເຈັບແສບໃຫ້ຂະແໜງຄົມມະນາຄົມໃນການກວດກາຄຸ້ມຄອງບັນດາພາຫະນະໂດຍສານໃຫ້ຮັບປະກັນດ້ານເຕັກນິກແລະ ຄວາມປອດໄພ, ​ໂດຍສະເພາະຖ້າແມ່ນເຮືອກໍຕ້ອງໄດ້ມີຂໍ້ບັງຄັບໃຫ້ຜູ້ປະກອບການດັ່ງກ່າວນຳໃຊ້ເສື້ອຊູຊີບ ຫລືກົງເບັງເພື່ອຮັບປະກັນໃຫ້ຜູ້ໂດຍສານປອດໄພເມື່ອມີເຫດຮ້າຍຕ່າງໆເກີດຂຶ້ນ, ບໍ່ແມ່ນວ່າປະປ່ອຍໃຫ້ເຂົ້າເຈົ້າຢາກເຮັດຫຍັງກໍເຮັດໂດຍບໍ່ມີການກວດກາແລະ ຂໍ້ບັງຄັບໃດໆ, ດັ່ງເຫດທີ່ເກີດຂຶ້ນ.

No comments:

Post a Comment