Ad

Ad

6 May 2015

ຄະນະປະຈຳສະພາຫາລືຫລາຍບັນຫາສຳຄັນຂອງຊາດ



ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນເມສາ 2015 ທີ່ໄດ້ມີຂຶ້ນ ໃນວັນທີ 5 ພຶດສະພານີ້, ຢູ່ຫໍສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ, ຊຶ່ງກອງປະຊຸມໄດ້ ມີການ ປືກສາຫາລືຫລາຍບັນຫາສຳຄັນຂອງຊາດຄື: ຮັບຟັງລາຍງານຜົນສຳ ເລັດຂອງການດຳເນີນກອງປະຊຸມຄົບຄະ ນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທົ່ວປະເທດປະຈຳປີ 2014, ພິຈາລະນາສະເໜີຍົກ ຍ້າຍສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄປປະຈຳຢູ່ສະຫະພັນແມ່ຍິງແຂວງຈຳປາສັກ, ຮັບຟັງລາຍ ງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໄລຍະ 3 ເດືອນ, ລາຍງານການກະກຽມດ້ານ ເນື້ອໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII, ພິຈາລະນາຄຳຮ້ອງຂໍຄວາມເປັນ ທຳຈຳນວນໜຶ່ງ, ພິຈາລະນາ ຮັບຮອງເອົາການປະເມີນຄ່າໂຄງການກໍ່ສ້າງຫ້ອງວ່າການສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງ ຈັນ ແລະ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ພິຈາລະນາຮັບຮອງເອົາຮ່າງລັດຖະບັນຍັດວ່າ ດ້ວຍອັດຕາອາກອນຊົມ ໃຊ້ລົດໃຫຍ່ ແລະ ຟັງລາຍງານກ່ຽວກັບການປັບປຸງລັດຖະທຳມະນູນສະບັບປີ 2003.

No comments:

Post a Comment