Ad

Ad

28 May 2015

ເກີດ​ເຫດ​ໂຈນ​ບຸກ​ເຂົ້າ​ປຸ້ນ​ເຮືອນ​ປະຊາຊົນ ບ້ານ​ຄຳ​ສະຫວາດ​​ ​ເມືອງ​ໄຊ​​ເສດ​ຖາ



ພາບຈາກ facebook: tholakhong
     ເຈົ້າໜ້າທີ່ ປກສເມືອງໄຊເສດຖາໃຫ້ຮູ້ວ່າ: ​ໃນເວລາປະມານ 20:00 ໂມງ ຂອງວັນທີ 26 ພຶດສະພານີ້, ຢູ່ບ້ານຄຳສະຫວາດ, ​ເມືອງໄຊເສດຖາ, ນະຄອນ ຫລວງວຽງຈັນ, ​ໄດ້ມີຄົນຮ້າຍ​​ສອງຄົນ ບຸກເຂົ້າ​​ເຮືອນຂອງທ້າວ ຊຽງມີ, ອາຍຸ 38ປີແລະ ນາງມົນ, ອາຍຸ 33ປີ, ອາຊີບຄ້າຂາຍເຄື່ອງມືສອງ, ຢູ່ບ້ານຄຳສະ ຫວາດ, ​ໜ່ວຍ 47, ​ເມືອງໄຊເສດຖາ, ​​ໂດຍຄົນຮ້າຍ​​ໄດ້ນຳໃຊ້ອາວຸດເປັນປືນອາກາ 1 ກະບອກ​​ເຂົ້າໃນການກໍ່ເຫດຄັ້ງນີ້, ​​ແຕ່ຍ້ອນຄວາມມີສະຕິລະວັງຕົວຂອງເຈົ້າຂອງເຮືອນ ຈຶ່ງໄດ້ມີການຕໍ່ສູ້ກັບຄົນຮ້າຍ​, ໂດຍໃຊ້ອາວຸດຕ່າງໆທີ່ຢູ່ພາຍໃນເຮືອນຕີ​​ຄົນຮ້າຍ ຈົນຫົວແຕກແລະໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກ​​ເພື່ອນບ້ານໃກ້ຄຽງເຂົ້າມາຊ່ວຍຈົນສາມາດຈັບຄົນຮ້າຍໄດ້ທັງສອງຄົນ. ປັດຈຸບັນເຈົ້າໜ້າທີ່ໄປນຳຕົວໄປສືບສວນ-ສອບສວນເພື່ອດຳເນີນຄະດີຕາມກົດໝາຍ.

No comments:

Post a Comment