Ad

Ad

12 May 2015

ໂຮງ​ໝໍ​ແມ່ ແລະ ​ເດັກ ສືບຕໍ່ຮ່ວມມືກັບໂຮງໝໍສະວິດ



ວັນທີ 11 ພຶດສະພານີ້, ໂຮງໝໍແມ່ ແລະ ເດັກ, ຮ່ວມກັບໂຄງການໂຮງໝໍສະວິດ ໄດ້ຮ່ວມລົງນາມນໃນບົດບັນ ທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍຂຶ້ນ ຢູ່ໂຮງໝໍ ດັ່ງກ່າວໃນນະຄອນ ຫລວງວຽງຈັນ ລະຫວ່າງທ່ານ ຮອງສາສະດາຈານ ດຣ ບົວວັນ ແສນສະຖິດ ອຳນວຍການໂຮງໝໍແມ່ແລະ ເດັກ ແລະ ທ່ານ ດຣ ອົວເລົາເປີ ( Dr: Urs Lauper ) ປະທານໂຄງການໂຮງໝໍສະວິດ, ມີຜູ້ຕ່າງໜ້າຈາກກະ ຊວງຕ່າງ ປະເທດ, ສາທາລະນະສຸກ ແລະ ພະແນກອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫຼາຍ.
ອຳນວຍການໂຮງໝໍແມ່ລະເດັກກ່າວວ່າ: ໂຄງການມຮ່ວມມືໂຮງໝໍລາວ-ສະວິດ, ເລີ່ມຈັດ ຕັ້ງປະຕິບັດມາແຕ່ປີ 2000 ເປັນຕົ້ນມາ ,ໂດຍການຊ່ວຍເຫຼືອຂອງໂຮງໝໍປະເທດສະວິດ, ເປັນ ຕົ້ນແມ່ນການກໍສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດ ແລະ ເປັນຊ່ຽວຊານໃນການປິ່ນປົວພະຍາດຍິງ  ແລະ ສະໜອງອຸປະກອບການແພດຕ່າງໆທີ່ມີຄວາມຈຳເປັນ, ສ້າງຫ້ອງຜ່າຕັດ, ຫ້ອງ ປະສູດ, ຫ້ອງເດັກແດງໃຫ້ບັນດາແຂວງ ແລະ ເຂດຫ່າງໄກສອກຫຼີກຕ່າງໆ ເພື່ອສົ່ງເສີມສຸຂະພາບ ຂອງແມ່ ແລະ ເດັກໄດ້ຮັບການເບິ່ງແຍ່ງດີຂຶ້ນ.

ປະທານໂຄງການໂຮງໝໍສະວິດກ່າວວ່າ: ໃນປີ 2000 ຕົນໄດ້ມາຢ້ຽມຢາມໂຮງໝໍແມ່ ແລະ ເດັກ, ຊຶ່ງໃນເວລານັ້ນ ໂຮງໝໍແມ່ ແລະ ເດັກ ຍັງເປັນພຽງໂຮງໝໍທີ່ນ້ອຍໆ ແລະ ບໍ່ມີຫຍັງຈັກ ຢ່າງ, ອຸປະກອບການແພດກໍບໍ່ພຽງພໍ ແລະ ຍ້ອນ ເຫັນເຖິງຄວາມສຳຄັນສຸຂະພາບຂອງແມ່ ເເລະ ເດັກຕົນຈຶ່ງພະຍາຍາມຫາທາງຊ່ວຍເຫຼືອໂຮງໝໍແຫ່ງນີ້, ເບື້ອງຕົ້ນແມ່ນໄດ້ ເລີ່ມຂົນ ຂວາຍອຸປະກອບການແພດມາຊ່ວຍ, ພ້ອມນັ້ນ ກໍໄດ້ຊອກທຶນນຳສົ່ງແພດໄປຝຶກອົບຮົມຢູ່ ປະເທດສະວິດ ເພື່ອຍົກສູງຄວາມສາມາດດ້ານການບົ່ງມະຕິພະຍາດໃຫ້ດີຂຶ້ນ, ເລີ່ມຈາກຈຸດນັ້ນມາ ໂຮງໝໍແມ່ ແລະ ເດັກໄດ້ຮັບການພັດ ທະນາດີຂຶ້ນເລື້ອຍໆ, ແຕ່ກໍຍັງບໍ່ເປັນທີ່ພໍໃຈປານໃດ ເນື່ອງຈາກອຸປະກອນການແພດຍັງບໍ່ພຽງພໍ, ດັ່ງນັ້ນ ຕົນຈຶ່ງສືບຕໍ່ຂົນ ຂວາຍເອົາອຸປະກອນການແພດຕ່າງໆມາມອບໃຫ້ໂຮງໝໍດັ່ງກ່າວໄດ້ພຽງພໍ ແລະ ໄດ້ຈັດຊຸດຝຶກອົບຮົມໃຫ້ພະນັກ ງານແພດໝໍປີລະ 2 ຄັ້ງ, ໂດຍມີຜູ້ຊ່ຽວຊານຈາກໂຮງໝໍປະເທດສະວິດເປັນຜູ້ໃຫ້ຄວາມຮູ້ໃນດ້ານຕ່າງໆເຊ່ັ່ນ: ການວາງຢາສະຫຼົບ, ຜ່າຕັດ, ການຟື້ນຟູຊີບເດັກແດງ ແລະ ອື່ນໆ, ເຮັດໃຫ້ພະ ນັກງານແພດໝໍໂຮງໝໍແມ່ ແລະ ເດັກມີຄວາມຊຳນິຊຳນານ, ນອກຈາກນັ້ນແລ້ວ ໂຄງການໂຮງໝໍລາວ-ສະວິດ, ຍັງຜັນຂະຫຍາຍການຊ່ວຍເຫຼືອດັ່ງ ກ່າວໄປຍັງບັນດາແຂວງ, ເມືອງ ບ່ອນຫ່າງໄກສອກຫຼີກຕ່າງໆເຊັ່ນ: ແຂວງຊຽງແຂວງ, ຫົວພັນ, ອຸດົມໄຊ ເຫລົ່ານັ້ນ ເປັນຕົ້ນ, ຈາກການຊ່າຍເຫຼືອດັ່ງມາຮອດປັດຈຸບັນເຮັດໃຫ້ພະນັກງານແພດໝໍຂອງລາວ, ໂດຍສະເພາະແມ່ນແພດພະຍາດຍິງມີ ຄວາມຮູ້ຄວາມສາມາດຫຼາຍຂຶ້ນ, ມີອຸປະກອນການ ແພດພຽງພໍ ແລະ ສິ່ງສຳຄັນແມ່ນເຮັດໃຫ້ຄົນເຈັບເຂົ້າເຖິງການບໍ ລິການປິນປົວໄດ້ຫຼາຍຂຶ້ນ ແລະ ໃນຕໍ່ໜ້າໂຄງການໂຮງໝໍລາວ-ສະວິດ ຍັງສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆແກ່ລາວ, ເພື່ອເຮັດໃຫ້ການເບິ່ງແຍງດູແລສຸຂະພາບຂອງແມ່ ແລະ ເດັກດີຂຶ້ນເປັນລຳດັບ.

No comments:

Post a Comment