Ad

Ad

18 May 2015

ວາງສີລາເລິກກໍ່ສ້າງສຳນັກງານໃຫຍ່ບໍລິສັດສະຕາໂທລະຄົມຫລັງໃໝ່



ພິທີວາງສີລາເລິກໂຄງການກໍ່ສ້າງສຳນັກງານໃຫຍ່ບໍລິສັດສະຕາໂທລະຄົມຫລັງໃໝ່, ເຊິ່ງເປັນອາຄານທີ່ມີ ຄວາມທັນສະໄໝສວຍງາມສູງ 9 ຊັ້ນ, ມີມູນຄ່າກໍ່ສ້າງປະມານ 11 ລ້ານກວ່າໂດລາສະຫະລັດ, ເຊິ່ງຕັ້ງຢູ່ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຂຶ້ນໃນວັນທີ 15 ພຶດສະພານີ້, ໂດຍການເຂົ້າຮ່ວມຂອງ ທ່ານພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ແມັງ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີໂທລະຄົມ ແລະ ການສື່ສານ, ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານອຳນວຍການບໍລິສັດສະຕາໂທລະຄົມ ໄດ້ກ່າວວ່າ: ບໍລິສັດ ສະຕາ ໂທລະຄົມເປັນບໍລິສັດຮ່ວມທຸລະກິດລະ ຫວ່າງ ບໍລິສັດລາວ-ເອເຊຍ ໂທລະຄົມ ຂອງກະຊວງປ້ອງກັນປະເທດລາວຖືຮຸ້ນ 51% ແລະ ບໍລິສັດຫວຽດເທວ ໂກລ ໂບ ຂອງກະຊວງປ້ອງກັນຄວາມສະຫງົບຫວຽດນາມຖືຮຸ້ນ 49%, ຊຶ່ງໄດ້ດຳເນີນທຸລະກິດຢູ່ລາວມາເປັນເວລາ 5 ປີ ແລ້ວ ແລະ ຕະຫລອດໄລຍະຜ່ານມາໄດ້ເປັນຫົວໜ່ວຍທຸລະກິດໜຶ່ງທີ່ປະສົບຜົນສຳເລັດຢ່າງຕໍ່ເນື່ອງ ແລະ ປະກອບ ສ່ວນຢ່າງຫລວງ ຫລາຍໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄັມຂອງຊາດແລະການກໍ່ສ້າງສຳນັກງານໃຫຍ່ ຫລັງ ໃໝ່ນີ້ກໍແມ່ນເປັນ ການຢັ້ງຢືນເຖິງການຮ່ວມມືແບບພິເສດຂອງສອງພັກ, ສອງລັດ ແລະ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ, ໃຫ້ໄດ້ຮັບການເສີມຂະຫຍາຍງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.
    ສຳລັບການກໍ່ສ້າງອາຄານຫລັງໃໝ່ນີ້, ແມ່ນບໍລິສັດຈິດຈະເລີນກໍ່ສ້າງຈຳກັດເປັນຜູ້ຮັບເໝົາ,ໂດຍຈະໃຫ້ສຳເລັດພາຍ ໃນເວລາ 2 ປີ.

No comments:

Post a Comment