Ad

Ad

19 May 2015

ວາງສີລາເລີກກໍ່ສ້າງສູນບຳບັດ ແລະ ຟື້ນຟູຢາເສບຕິດທີ່ແຂວງວຽງຈັນ



    ພິທີວາງສີລາເລີກໂຄງການກໍ່ສ້າງສູນບຳບັດ ແລະ ຟື້ນຟູຢາເສບຕິດ ແລະ ປັບປຸງ ອາຄານຄົນເຈັບພາຍນອກເປັນສູນ ຮອງຮັບຜູ້ຖືກອຸປະຕິເຫດ ແລະ ສົ່ງຕໍ່ຢູ່ໂຮງ ໝໍເມືອງໂພນໂຮງແຂວງວຽງຈັນ ໄດ້ມີຂຶ້ນໃນຕອນບ່າຍວັນທີ 18 ພຶດສະ ພານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ສປປ ລາວ, ທ່ານພົນເອກ ທະນະສັກ ປະຕິມາປະກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າ ການກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ,ມີລັດຖະມົນຕີວ່າການກະຊວງສາທາລະນະສຸກ ທ່ານສາດ ສະດາຈານ ດຣ ເອກສະຫວ່າງ ວົງວິຈິດ,ທ່ານເຈົ້າແຂວງວຽງຈັນ ຄຳເມິງ ພົງທະດີ ພ້ອມດ້ວຍທ່ານທູດລາວ ແລະ ທ່ານ ທູດໄທປະຈຳ ລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.

    ໂຄງການດັ່ງກ່າວ,ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານໄທພາຍໃຕ້ຂອບການຮ່ວມມືດ້ານວິຊາການລາວ-ໄທ, ຊຶ່ງປະກອບມີການກໍ່ສ້າງອາຄານ, ການພັດທະນາບຸກຄະລະກອນ ແລະ ສະໜອງອຸປະກອນການແພດລວມມູນຄ່າ ທັງໝົດ 50 ລ້ານບາດ (ສະກຸນເງິນໄທ) ຫລື ປະມານ 12,5 ຕື້ກີບ. ນອກຈາກນີ້, ຍັງນອນໃນແຜນພັດທະນາຂະແໜງ ສາທາ ລະນະສຸກຂອງລາວ, ໂດຍມີຈຸດປະສົງເພື່ອໃຫ້ບໍລິການປິ່ນປົວປະຊາຊົນທີ່ໄດ້ຮັບເຄາະຮ້າຍ ແລະ ຜົນກະທົບ ຈາກຢາເສບ ຕິດ,ທັງເປັນການປະກອບສ່ວນພັດທະນາຂະແໜງສາທາລະນະສຸກມີຄວາມເຂັ້ມແຂງ ແລະ ສະດວກດີຂຶ້ນ ກວ່າເກົ່າ.
    ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໄທ,ໄດ້ກ່າວສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານລາວ ກໍຄືອຳນາດການປົກຄອງ ແລະ ປະຊາຊົນແຂວງວຽງຈັນທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ ແລະ ອຳນວຍຄວາມສະດວກທຸກດ້ານເຮັດໃຫ້ການຢ້ຽມຢາມ ແລະ ພິ ທີວາງສີລາເລິກຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
     ນອກຈາກເຂົ້າຮ່ວມພິທີວາງສີລາເລີກແລ້ວ, ທ່ານພົນເອກ ທະນະສັກ ປະຕິມາປະກອນ ຍັງໄດ້ເດີນທາງໄປຢ້ຽມ ຢາມໂຮງຮຽນເຕັກນິກແຂວງວຽງຈັນ ຊຶ່ງເປັນໂຮງຮຽນທີ່ມີການຮ່ວມມືດ້ານວິຊາການລາວ-ໄທ ເຊັ່ນດຽວກັນ.

No comments:

Post a Comment