Ad

Ad

4 May 2015

ທະນາຄານການຄ້າຕ່າງປະເທດລາວຢືນຢັນພະນັກງານຜູ້ຫາຍຕົວໄປໃນມຸກດາຫານບໍ່ແມ່ນລະດັບຜູ້ຈັດການ



ພາຍຫລັງເກີດເຫດການທ້າວ ອະທິວາ ເກດຕະວົງ ພະນັກງານຂອງທະນາຄານ ການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສະຫວັນ ນະເຂດຫາຍຕົວ ໄປໃນ ຈັງຫວັດມຸກດາຫານ (ປະເທດໄທ) ໂດຍບໍ່ຮູ້ສາເຫດແຕ່ຕອນທ່ຽງວັນທີ 26 ເມສາ 2015 ເປັນຕົ້ນມາ, ເຊິ່ງເປັນທີ່ສົນໃຈຂອງສັງຄົມບໍ່ໜ້ອຍນັບທັງຢູ່ລາວ ແລະ ໄທ ແລະ ມາຮອດປັດຈຸບັນເຈົ້າໜ້າທີ່ສຶບສວນ-ສອບສວນຂອງໄທ ກໍພວມເລັ່ງສືບ ສວນຫາສາເຫດຂອງການຫາຍຕົວໄປໃນຄັ້ງນີ້.
     ຕໍ່ເຫດການດັ່ງກ່າວ, ຜູ້ບໍລິຫານລະດັບສູງຂອງທະນາຄານການຄ້າຕ່າງປະ ເທດລາວມະຫາຊົນ ຢູ່ສຳນັກງານໃຫຍ່, ນະຄອນຫລວງວຽງຈັນ, ໄດ້ອອກມາ ຢືນຢັນຕໍ່ນັກຂ່າວພວກເຮົາວ່າ: ທ້າວ ອະທິວາ ເກດຕະວົງ ບໍ່ໄດ້ມີຕຳແໜ່ງເປັນຜູ້ຈັດການຄືດັ່ງສື່ມວນຊົນໄທລາຍງານຜ່ານມາ, ເຊິ່ງຜູ້ກ່ຽວເປັນພຽງພະນັກງານປະຈຳຢູ່ສາຂາແຂວງສະຫວັນນະເຂດ, ດັ່ງນັ້ນ ຈຶ່ງຂໍໃຫ້ສັງຄົມຈົ່ງມີຄວາມເຂົ້າໃຈຕາມນີ້ດ້ວຍ, ສ່ວນສາເຫດຂອງການຫາຍຕົວໄປກໍລະນີນີ້, ເຈົ້າໜ້າທີ່ໄທພວມເລັ່ງດຳເນີນການສືບສວນ-ສອບສວນຕາມຂັ້ນຕອນ.

No comments:

Post a Comment