Ad

Ad

21 May 2015

ຈະຈັດລະບຽບສາຍໄຟ, ໂທລະສັບ, ເຄເບິນໃນຕົວເມືອງ



ຄວາມສັບສົນຂອງສາຍໄຟຟ້າ, ໂທລະສັບ ແລະ ສາຍເຄເບິນ ທີ່ກ້ຽວພັນກັນຢ່າງສັບສົນຢູ່ຕາມຫລັກເສົາໄຟຟ້າໃນ ຕົວເມືອງ ຂອງນະຄອນຫລວງອາດຈະບໍ່ເຫັນອີກ ແລ້ວ, ຫລັງຈາກນະຄອນ ຫລວງວຽງຈັນໄດ້ສັ່ງໃຫ້ແຕ່ລະພາກ ສ່ວນກ່ຽວຂ້ອງ ຮີບຮ້ອນແກ້ ໄຂບັນຫາດັ່ງກ່າວໂດຍໄວ, ເຊິ່ງໃຫ້ເລີ່ມລົງມືແຕ່ເດືອນນີ້ເປັນຕົ້ນໄປ.
     ບັນຫາດັ່ງກ່າວໄດ້ມີການປຶກສາຫາລືໃນກອງປະຊຸມ ລະຫວ່າງຄະ ນະນຳນະຄອນຫລວງວຽງຈັນ ແລະ ບັນດາບໍລິສັດໄຟຟ້າ, ໂທລະຄົມ ແລະ ເຄເບິນ ເພື່ອໃຫ້ຮັບຊາບ ໃນການຈັດຕັ້ງປະຕິບັດການຮື້ຖອນສາຍໄຟ, ສາຍໂທລະສັບ ແລະ ສາຍເຄເບິນ ທີ່ມີສະພາບສັບສົນຢູ່ ຕາມເສົາໄຟຟ້າໃຫ້ເປັນຮູບປະທຳໃນວັນທີ 19 ພຶດສະພານີ້.

     ທ່ານຫົວໜ້າຂະແໜງບໍລິຫານພະລັງງານ ແລະ ສົ່ງເສີມພະລັງງານທົດແທນ ກ່າວວ່າ: ເພື່ອປະຕິບັ ດນະໂຍບາຍ 6 ຂອງນະຄອນຫລວງວຽງຈັນ, ໂດຍສະເພາະ ສອາດ ໃຫ້ປາກົດຜົນເປັນຈິງເທື່ອລະ ກ້າວ, ທັງເປັນການກະກຽມ ສະຫລອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 40 ປີ, ການກະກຽມໃຫ້ແກ່ການ ເປັນປະທານອາຊຽນ ແລະ ເຈົ້າພາບກອງປະຊຸມ ສຸດຍ ອດອາຊຽນປີ 2016 ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ, ສະນັ້ນ, ຈຶ່ງຕ້ອງຈຳເປັນໃນການແກ້ໄຂສິ່ງທີ່ບໍ່ເປັນລະບຽບຈົບງາມເຫລົ່ານີ້ດ້ວຍການໄຈ້ແຍກສາຍໄຟ, ສາຍໂທລະສັບ ແລະ ສາຍເຄເບິນ ຂອງແຕ່ລະພາກສ່ວນແລ້ວມັດໃຫ້ເປັນລະບຽບ, ເນື່ອງ ຈາກສະພາບຄວາມສັບສົນດັ່ງກ່າວນີ້ອາດມີຄວາມສ່ຽງເກີດອັກຄີໄພໄດ້ງ່າຍນຳອີກ.​

No comments:

Post a Comment