Ad

Ad

26 May 2015

ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄຟ​ໄໝ້ຕະຫລາດ​ເມືອງ​ຄົງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ເບື້ອງ​ຕົນ



     ພາຍຫລັງເຫດການໄຟໄໝ້ຕະຫລາດເມືອງຄົງເຊໂດນເມື່ອຄືນວັນທີ 20 ພຶດສະພາຜ່ານມາ ສົ່ງຜົໃຫ້ມີຜູ້ໄດ້ຮັບຜົນກະທົບ 72 ຄອບຄົວ, ມີຈຳນວນພົນ 234 ຄົນ, ຍິງ 119 ຄົນ, ມີ 60 ຮ້ານ, ມີ​ 106 ຫ້ອງຄື: ຮ້ານຂາຍຄຳມີ 7 ຮ້ານ, ຂາຍເຄື່ອງຍ່ອຍ 39 ຮ້ານ, ຂາຍເຄື່ອງນຸ່ງຫົ່ມ 9 ຮ້ານ, ຂາຍເຄື່ອງກອງບຸນ 4 ຮ້ານແລະ ຂາຍເຄື່ອງ​​ໃຊ້ໄຟຟ້າ 1 ຮ້ານ ລວມມູນຄ່າເສຍຫາຍຫລາຍກວ່າ 20 ຕື້ກີບ, ຕໍ່ກັບ​​ເຫດການດັ່ງກ່າວ ທາງອຳນາດການປົກຄອງແຂວງ, ​ເມືອງແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງຕິດຕາມຢ່າງໃກ້ຊິດແລະໃຫ້ການຊ່ວຍເຫລືອໃນເບື້ອງຕົນຕໍ່ຜູ້ທີ່ໄດ້ຮັບຜົນກະທົບເປັນ​​ເງິນຈຳນວນໜຶ່ງແລະໃນວັນທີ 22 ພຶດສະພານີ້,​ ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນໄດ້ລົງກວດກາຕິດຕາມເຫດການ
ດັ່ງກ່າວແລະໃນ​​ໂອກາດນີ້, ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ສະເໜີຂໍທຶນຮອນໃນເງື່ອນໄຂອັດຕາດອກເບ້ຍຕ່ຳແລະ ຂໍ້ຍົກເວັ້ນການເສຍພາສີໃນໄລຍະໜຶ່ງ, ທັງນີ້ເພື່ອເປັນການຕັ້ງ​​​ໂຕໃໝ່ຂອງຊາວຄ້າຂາຍທີ່ໄດ້ຮັບຜົນກະທົບເຊິ່ງບັນຫານີ້ທາງການນຳຂອງເມືອງຈະນຳໄປປຶກສາຫາລືກັບພາກສ່ວນກ່ຽວຂ້ອງເພື່ອຫາວິທີທາງ​​ແກ້ໄຂຢ່າງເໝາະສົມ.

No comments:

Post a Comment