Ad

Ad

27 May 2015

ລາວໂທລະຄົມຮົວເຫວີຍຮ່ວມກັນສ້າງຜະລິດຕະພັນໃໝ່ໃນຊື່ “ ຊີວິດທີ່ທັນສະໄໝ ”



ບໍລິສັດ ລັດວິສາຫະກິດລາວໂທລະຄົມ ແລະ ບໍລິສັດຮົວເຫວີຍ, ຊຶ່ງເປັນຄູ່ຮ່ວມ ທຸລະກິດມາ ເປັນເວລາຫຼາຍກວ່າ 15 ປີແລ້ວ ແລະ ໃນວັນທີ 26 ພຶດ ສະພານີ້ ສອງບໍລິສັດດັ່ງກ່າວໄດ້ຈັດພິທີຮ່ວມມືກັນສ້າງຜະລິດຕະພັນໃໝ່, ໃນຫົວຂໍ້ຊີ ວິດທີ່ທັນສະ ໄໝ “ Smart Life Smart Share” ຂຶ້ນຢ່າງເປັນທາງການ, ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີໂທລະ ຄົມມະນາຄົມ ແລະ ການສື່ສານ, ທ່ານ ທອງໃສ ຊານໄຊຍະ, ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມ, ທ່ານ ຊານດອງຢ່າງ ຜູ້ບໍລິຫານບໍລິສັດ ຮົວເຫວີຍ ປະຈຳລາວ ແລະ ຜູ້ຕາງໜ້າບັນດາອົງການ, ກະຊວງ, ພ້ອມດ້ວຍສື່ມວນຊົນ ຈາກພາກສ່ວນ ຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.

ອຳນວຍການໃຫຍ່ບໍລິສັດລາວ ໂທລະຄົມກ່າວວ່າ: ລາວໂທລະຄົມ ເປັນຜູ້ໃຫ້ບໍລິການທາງດ້ານໂທລະຄົມມະນາ ຄົມຢ່າງເຕັມຮູບແບບໃນລາວມາຍາວນານກວ່າ 18 ປີແລ້ວ ແລະ ທັງເປັນຜູ້ນຳໃນການໃຫ້ບໍລິການ Data,ໂດຍການຂະ ຫຍາຍເຄືອຂ່າຍພື້ນທີ່ໃຫ້ບໍລິການຄ່ອຍໆກວ້າງອອກເລື້ອຍໆ ແລະ ປັບປຸງຄຸນນະພາບການໃຫ້ບໍລິການໃນ ມາດຕະຖານສາ ກົນ, ໄປພ້ອມໆກັບການພັດທະນາທາງດ້ານເຕັກນິກ, ໂດຍການນຳເອົາເຕັກ ໂນໂລຊີໃໝ່ໆເຂົ້າມານຳໃຊ້, ວ່ອງໄວຂຶ້ນໄປ ເລື້ອຍໆ, ທັງນີ້ກໍເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງໄວ້, ເປັນຕົ້ນ ແມ່ນການສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້, ແລະ ເຊັ່ນດຽວກັນກັບ Smart phone ກໍຖືວ່າເປັນອຸປະກອນສຳຄັນທີ່ນຳໃຊ້ໃນຊີວິດປະຈຳວັນຢ່າງຂາດບໍ່ໄດ້, ເພາະວ່າ ນອກຈາກຈະໃຊ້ໂທຕິດຕໍ່ສື່ສານ ທາງດ້ານທຸລະກິດ, ຄອບຄົວແລ້ວ, ຍັງສາມາດໃຊ້ອິນເຕີເນັດຜ່ານລະບົບ 3G, 4G ແລະ Wifi ທັງເຄືອຂ່າຍຄຸນນະ ພາບຂອງລາວໂທລະຄົມເຮັດໃຫ້ການ ດຳລົງຊີວິດມີຄວາມສະດວກສະບາຍຫຼາຍຂຶ້ນ, ແລະ ມື້ນີ້ກໍເປັນມື້ທີ່ມີ ຄວາມໝາຍສຳຄັນ ຢ່າງຍິ່ງ ແລະ ເປັນບາດກ້າວໃໝ່ໃນການໃຫ້ບໍລິການໃນວົງການໃຫ້ບໍລິການດ້ານໂທລະຄົມ ມະນາຄົມຂອງລາວ. ກໍຄືການຮ່ວມມືກັນລະຫວ່າງບໍລິສັດລາວໂທລະຄົມ ແລະ ບໍລິສັດ ຮົວເຫວີຍ ໂດຍການນຳເອົາ Smart phone ,ຫຼາກຫລາຍແບບມາໃຫ້ບໍລິການເທີງເຄືອຂ່າຍຄຸນນະ ພາບຂອງລາວໂທລະຄົມ, ພິເສດລາວໂທລະຄົມຍັງມີໂປໂມຊັນ ແລະ ແພັກເກດ ສຸດປະຢັດ ຄູ່ກັບ Smert phone ຂອງຮົວເຫວີຍເທົ່ານັ້ນ, ຊຶ່ງຜູ້ຊົມໃຊ້ສາມາດປັບແຕ່ງຮູບແບບການນຳ ໃຊ້ໃຫ້ເຂົ້າກັບຄວາມຕ້ອງການ, ຍິ່ງກວ່າທີ່ເຄີຍມີເທີງເຄືອຂ່າຍ 3G, 4G ຂອງລວໂທລະຄົມ.

No comments:

Post a Comment