Ad

Ad

25 May 2015

ເຊບໂຣເລດ ນຳສະເໜີລົດຮຸ່ນໃໝ່ຕັ້ງເປົ້າຍອດຂາຍຫລາຍກວ່າພັນຄັນໃນປີນີ້



ທ່ານ ສຸກສະໝອນ ສີຫາເທບ ປະທານບໍລິສັດມະນີຍົມກຣຸບ, ເຊິ່ງເປັນຜູ້ນຳເຂົ້າລົດ ເຊບໂຣເລດພຽງຜູ້ດຽວໃນລາວ, ໄດ້ໃຫ້ສຳພາດນັກຂ່າວໃນງານນຳສະເໜີລົດເຊບໂຣເລດ ຄຣູດຮຸ່ນໃໝ່ 2015 (Amazing New 2015 Cruze) ທີ່ສູນບໍລິການ ເຊບໂລເລດ ນະຄອນຫລວງວຽງຈັນວ່າ: ນັບແຕ່ພວກເຮົາ ໄດ້ນຳ ລົດຍີຫໍ້ດັ່ງກ່າວເຂົ້າ ມາຈຳໜ່າຍໃນລາວບໍ່ເທົ່າໃດປີມານີ້, ກໍໄດ້ຮັບ ການຕອບຮັບຈາກສັງຄົມກໍຄືລູກ ຄ້າເປັນຢ່າງດີ, ເຊິ່ງເຮັດໃຫ້ ພວກເຮົາສາມາດຍາດສ່ວນແບ່ງຂອງຕະຫລາດລົ ດໃນລາວດີຂຶ້ນເທື່ອລະກ້າວ, ຊຶ່ງໃນປີ 2014 ຜ່ານມານີ້, ພວກເຮົາສາມາດຈຳໜ່າຍ ລົດຍີ່ຫໍ້ດັ່ງກ່າວໄດ້ຫລາຍກວ່າພັນຄັນ, ສ່ວນຫລາຍແມ່ນ ປະເພດລົດເກງ ແລະ ລູກຄ້າຈ່າຍຜ່ອນກວມເປັນສ່ວນຫລາຍ ແລະ ເພື່ອຕອບສະໜອງຄວາມ
ສະດວກສະບາຍ ແລະ ຄວາມປອດໄພໃນການຂັບຂີ່ສູງຂຶ້ນອີກລະດັບໜຶ່ງພວກເຮົາຈຶ່ງໄດ້ນຳເຂົ້າລົດ
ເຊບໂຣເລດ ຄຣູດ ຮຸ່ນໃໝ່ 2015 ມາຈຳໜ່າຍເພື່ອເປັນທາງເລືອກໃໝ່ໃຫ້ສັງຄົມກໍຄືລູກຄ້າໄດ້ /ທົດລອງຂັບຂີ່ເພື່ອຮັບ ໃຊ້ໃນການເດີນທາງທີ່ສະດວກ ແລະ ປອດໄພສູງຂຶ້ນ, ເຊິ່ງລົດຮຸ່ນນີ້ຖືກອອກແບບດ້ານຮູບໂສມໂຄງສ້າງແບບລົດສະປອດ, ມີຄວາມສວຍງາມທັງພາຍໃນ ແລະ ພາຍນອກ, ຮັບປະກັນໃນການຂັບຂີ່ເປັນເລີດ ແລະ ໄດ້ຮັບລາງວັນຄວາມປອດ ໄພລະດັບ 5 ດາວຈາກປະເທດ .ເກົາຫລີ, ທະວີບເອີຣົບ, ອົດສະຕຣາລີ, ຈີນ ແລະ ອາເມລິກາມາແລ້ວ.
    ປັດຈຸບັນ, ມີຜູ້ຊົມໃຊ້ລົດເຊບໂຣເລດ ຄຣູດ ຫລາຍກວ່າ 3 ລ້ານຄັນທົ່ວໂລກ ແລະ ກ່ອນມີການນຳສະເໜີລົດຮຸ່ນດັ່ງກ່ າວກໍມີລູກຄ້າມາຊື້ລົດປະເພດນີໄປແລ້ວຫລາຍກວ່າ 30 ຄັນພາຍຫລັງນຳເຂົ້າມາບໍ່ເທົ່າໃດວັນ ແລະ ໃນປີນີ້ພວກເຮົາກໍຈະ ເປີດສູນຈຳໜ່າຍ ແລະ ບໍລິການຫລັງການຂາຍຄົບວົງຈອນອີກສອງແຫ່ງຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ,ພ້ອມຕັ້ງ ເປົ້າຍອດຈຳໜ່າຍຫລາຍກວ່າພັນຄັນໃນປີນີ້ ແລະ ໃນປີ 2016 ກໍຈະເປີດຕື່ມອີກຈຳນວນໜຶ່ງຢູ່ເຂດພາກເໜືອເພື່ອຕອບ ສະໜອງຄວາມຕ້ອງການຂອງລູກຄ້າໄດ້ຢ່າງທົ່ວເຖິງໃນທົ່ວປະເທດ.

No comments:

Post a Comment