Ad

Ad

8 June 2015

ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເປັນຮອງເຈົ້າແຂວງສະຫວັນນະເຂດ



    ພິທີປະກາດແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເປັນຮອງເຈົ້າແຂວງສະຫວັນນະເຂດ, ໄດ້ມີຂຶ້ນໃນວັນທີ 5 ມິຖຸນານີ້, ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ, ໂດຍການເຂົ້າ ຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ເຊິ່ງປະ ຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ໂດຍກ່ອນໜ້ານີ້, ທ່ານສັນຕິພາບ ພົມວິ ຫານ ແມ່ນເປັນລັດຖະມົນຕີຊ່ວຍວ່າການກະຊວງການເງິນ. ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ມິຖຸນາຜ່ານມາ, ທ່ານພົນຈັດຕະວາ ອາລູ ວາລີຊື ຫົວໜ້າກົມໃຫຍ່ການ ເມືອງກະຊວງ ປກສ ແລະ ທ່ານ ໄກສອນ ຄູນລາດສຸວັນນະວົງ ຮອງເຈົ້າແຂວງສະຫວັນ ນະເຂດ, ໄດ້ເຂົ້າຮ່ວມເປັນປະທານໃນພິທີປະກາດແຕ່ງຕັ້ງທ່ານພັນເອກ ຄຳພົນ ສີຫາ ປັນຍາ ຈາກກົມໃຫຍ່ຕຳຫລວດໄປເປັນຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດຄົນໃໝ່ ແລະ ຍົກຍ້າຍທ່ານ ພັນເອກ ຄຳແພງ ຟອງສະໝຸດຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການປ້ອງ ກັນສູນກາງກະ ຊວງ ປກສ.

No comments:

Post a Comment