Ad

Ad

2 July 2015

ຫລາຍຮ້ານອາຫານ ແລະ ບໍລິການບັນເທິງຍັງລະເມີດລະບຽບກົດໝາຍ



   ປັດຈຸບັນເຫັນວ່າມີຮ້ານອາຫານ, ສະຖານບັນເທິງຈຳນວນບໍ່ໜ້ອຍຍັງລະ ເມີດລະ ບຽບກົດໝາຍທີ່ກຳນົດໄວ້ຄື ຍັງປະປ່ອຍໃຫ້ໄວຫນຸ່ມນັກຮຽນ-ນັກສືກສາອາ ຍຸບໍ່ ເຖິງກະສຽນເຂົ້າໃຊ້ບໍລິການ ຢ່າງເປີດແປນ ແລະ ເປັນຕົ້ນເຫດໜຶ່ງ ທີ່ພາໃຫ້ ເກີດ ມີປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ປະລະການຮຽນ, ບັນຫາຢາເບຕິດ, ມົ້ວສຸມສິ່ງ ມຶນເມົາ, ອາລະວາດຕີກັນ, ໂສເພນີ ແລະ ໄພສັງຄົມອື່ນໆ, ຊຶ່ງປາກົດການດັ່ງກ່າວ ກໍເນື່ອງມາຈາກເຈົ້າໜ້າທີ່ກ່ຽວຂ້ອງຈຳນວນໜຶ່ງຍັງຖືເບົາໃນການຕິດຕາມກວດ ກາບັນດາຮ້ານອາຫານ, ຮ້ານບັນເທິງດັ່ງກ່າວຢ່າງເປັນປົກກະຕິເພື່ອສະ ກັດກັ້ນປາ ກົດການບໍ່ດີດັ່ງກ່າວ. ຈຶ່ງເຮັດໃຫ້ຜູ້ປະກອບການຈຳນວນບໍ່ໜ້ອຍຂາດຄວາມຮັບພິຊອບລະເມີດລະບຽບກົດໝາຍ ເຊັ່ນ: ປ່ອຍໃຫ້ໄວລຸ້ນຊາວໜຸ່ມອາຍຸບໍ່ທັນຮອດກະສຽນເຂົ້າໃຊ້ບໍລິການຢ່າງແຜ່ຫລາຍ, ເປີດເພງສົ່ງສຽງດັງເນືອງນັນ, ເປີດໃຫ້ ບໍລິການກາຍໂມງເວລາທີ່ກຳນົດ. ສະນັ້ນ ຖ້າພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງແຕ່ລະຂັ້ນບໍ່ເຮັດຢ່າງຈິງ ຈັງໃນການແກ້ໄຂບັນຫາດັ່ງກ່າວແລ້ວປາກົດການຫຍໍ້ທໍ້ຕ່າງໆກໍຈະເກີດຂຶ້ນຄືດັ່ງເປັນຂ່າວໃນແຕ່ລະວັນ.

No comments:

Post a Comment