Ad

Ad

14 July 2015

ສະພາແຫ່ງຊາດຊຸດທີ VII ເຮັດສຳເລັດພາລະບົດບາດ ແລະ ໜ້າທີ່ຂອງຕົນເປັນຢ່າງດີ



     ໃນລະຫວ່າງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII, ເຊິ່ງໃນຕອນເຊົ້າຂອງວັນທີ 13 ກໍລະກົດນີ້, ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວກ່ຽວ ກັບສະພາບການເຄື່ອນໄຫວວຽກງານສົກປີ 2014-2015 ແລະ ທິດທາງປະຈຳສົກປີ 2015-2016 ຂອງສະພາແຫ່ງຊາດຊຸດ ທີ VII ວ່າ: ໃນໄລຍະຜ່ານມາ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ເອົາໃຈໃສ່ລົງພົບປະປະຊາຊົນບັນ ດາເຜົ່າຢ່າງເປັນປົກກະຕິ ເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຕິດພັນກັບການຮັບຟັງ ຄຳຄິດຄຳເຫັນຂອງປະຊາຊົນໄດ້ຢ່າງກວ້າງຂວາງ, ຕະຫລອດຮອດເຂດຊົນນະບົດຫ່າງໄກສອກຫລີກ ເຊິ່ງບັນລຸໄດ້ 1.300 ກວ່າຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 299.400 ກວ່າຄົນ, ຍິງ 125.300 ຄົນ, ທຽບໃສ່ສົກປີ 2013-2014 ເທົ່າກັບ 83,98%, ຕະຫລອດໄລຍະດັ່ງກ່າວ ຄະນະປະຈຳສະພາແຫ່ງຊາດ ກໍໄດ້ເອົາໃຈໃສ່ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕາມພາ
ລະບົດບາດຂອງຕົນຢ່າງຕໍ່ເນື່ອງ ດ້ວຍຄວາມເປັນຫວ່ງເປັນໃຍຕໍ່ປະຊາຊົນບັນດາເຜົ່າ ທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ, ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຜົນກະທົບຈາກໂຄງການພັດທະນາ, ພະຍາດລະບາດ ໃນນີ້ ສະພາແຫ່ງຊາດໄດ້ລະດົມ ຂົນຂວາຍທຶນຮອນ ແລະ ວັດຖຸປັດໃຈຈາກພາກສ່ວນຕ່າງໆ ເປັນມູນຄ່າຫລາຍກວ່າ 1.239 ລ້ານກີບ ແລະ 61.100 ໂດລາ, ຊ່ວຍບັນເທົາທຸກຂອງປະຊາຊົນ, ພ້ອມກັນນີ້ ສະພາແຫ່ງຊາດ ຍັງໄດ້ເອົາໃຈໃສ່ແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ໂດຍມີການ ສົມທົບກັບພາກສ່ວນກ່ຽວຂ້ອງ ຊຶ່ງສາມາດແກ້ໄຂໄດ້ 829 ເລື່ອງໃນຈຳນວນ 1.254 ເລື່ອງທີ່ປະຊາຊົນສົ່ງເຂົ້າມາ ເທົ່າກັບ 66,10% ຂອງແຜນການປີທີ່ກຳນົດໄວ້ ແລະ ສະພາແຫ່ງຊາດ ຍັງໄດ້ເອົາໃຈໃສ່ຕ້ອນຮັບ ແລະ ໃຫ້ຄຳປຶກສາດ້ານກົດໝາຍ ແກ່ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ.
     ປະສານສົມທົບ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ມີການຄົ້ນຄວ້າຮ່າງກົດໝາຍແຕ່ຫົວທີ, ຈັດຕັ້ງການທາບທາມ, ຈັດສຳມະນາແລກປ່ຽນຄຳຄິດຄຳເຫັນຢູ່ໃນລະດັບຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ຊຶ່ງສາມາດນຳເອົາຮ່າງກົດໝາຍທີ່ກຳນົດໃນແຜນການເຂົ້າພິຈາລະນາຮັບຮອງຢູ່ໃນກອງປະຊຸມສະພາແຫ່ງຊາດ ໄດ້ 12 ສະບັບ (ກົດໝາຍສ້າງໃໝ່ 6 ສະບັບ ແລະ ປັບປຸງ 6 ສະບັບ) ທຽບໃສ່ແຜນການບັນລຸໄດ້ 60%. ນອກຈາກນີ້ ສະພາແຫ່ງຊາດ ຍັງໄດ້ເຂົ້າຮ່ວມໃນການຄົ້ນຄວ້າປັບປຸງລັດຖະທຳມະນູນ, ເປັນເຈົ້າການໃນການສ້າງ ແລະ ປັບປຸງກົດໝາຍ ທີ່ຢູ່ໃນຄວາມຮັບ ຜິດຊອບຂອງສະພາແຫ່ງຊາດ, ພ້ອມທັງຕົກລົງເອົາບັນຫາພື້ນຖານຂອງຊາດ ຜ່ານກົນໄກຂອງຕົນໄດ້ທັງໝົດ 67 ບັນ ຫາ, ໃນນັ້ນ ຜ່ານກອງປະຊຸມສະພາແຫ່ງຊາດມີ 21 ບັນຫາເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດປະຈຳສົກປີ, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ສົກປີ 2012-2013, ແຜນການເຄື່ອນໄຫວຂອງບັນດາອົງການອຳນາດແຫ່ງລັດ, ການຍົກຍ້າຍ, ແຕ່ງຕັ້ງສະມາຊິກລັດຖະບານ ຈຳນວນໜຶ່ງ ແລະ ບັນຫາອື່ນໆ ຜ່ານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ມີ 46 ບັນຫາເຊັ່ນ: ຮັບຮອງເອົາການແຕ່ງຕັ້ງ, ຍົກ ຍ້າຍບຸກຄະລາກອນຂອງສະພາແຫ່ງຊາດ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການກວດສອບແຫ່ງລັດ; ຕົກລົງຮັບຮອງເອົາການໃຫ້ສຳປະທານ ແລະ ຍົກເວັ້ນ ການປະຕິບັດບາງມາດຕາຂອງກົດໝາຍແກ່ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳງຽບ1, ນ້ຳງຽບ 3A, ນ້ຳທາ1 ແລະ ນ້ຳໃຜ່; ໄດ້ຕົກລົງໃຫ້ພັດທະນາໂຄງການເຂື່ອນດອນສະໂຮງ ຕາມການສະເໜີຂອງລັດຖະບານໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ຈຳນວນ 4 ສະບັບ; ຄົ້ນຄວ້າ ແລະ ສະເໜີປະທານປະເທດ ໃຫ້ອະໄພຍະໂທດແກ່ນັກໂທດ ຈຳນວນ 938 ຄົນ, ຍິງ 198 ຄົນ; ໃຫ້ສັນຊາດຄົນລາວ ຈຳ ນວນ 36 ຄົນ, ຍິງ 12 ຄົນ; ໃຫ້ປະສັນຊາດລາວ 2 ຄົນ, ໃຫ້ສັນຊາດລາວຄືນ 2 ຄົນ ແລະ ອື່ນໆອີກ.

No comments:

Post a Comment